ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ເລື່ອງ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ​ສາ​ສະ​ໜາ​ກຳ​ນົດ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ, ​ສາ​ສະ​ໜາ​ໃນ​ສື່​ສັງ​ຄົມ​ອອນ​ໄລນັ້ນ, ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄປ​ທັນ​ກັບ​ສະ​ພາບ​ພັດ​ທະ​ນາ​ຂອງ​ສັງ​ຄົມ​ດີ​ຈີ​ຕອນ​. ການ​ປັບ​ປຸງ​ກົດ​ໝາຍ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ເພື່ອ​ຮັດ​ແໜ້ນ ຫຼື ຈຳ​ກັດ​ຂໍ້​ກຳ​ນົດ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ສະ​ພາບ​ແວດ​ລ້ອມ​ດີ​ຈີ​ຕອນ​ທີ່​ປອດ​ໃສ​ໃຫ້​ແກ່​ປະ​ຊາ​ຄົມ​ສາ​ສະ​ໜາ​ອີກ​ດ້ວຍ. ພະ​​ມະ​ຫາອາ​ຈານ ທິກ​ແທັງ​ກວຽດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ກວາງ​ນິງ, ປະ​ກອບ​ຄຳ​ເຫັນ​ວ່າ:

“ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ສືບ​ຕໍ່​ຫັນ​ບັນ​ດາ​ເປົ້າ​ໝາຍ​ຮັບ​ຮູ້​ການ​ກະ​ທຳ​ລະ​ເມີດ ແລະ ຂັ້ນ​ຕອນ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ເປົ້າ​ໝາຍ​ທີ່​ກ່ຽວ​ຂ້ອງ​ໃຫ້​ເປັນ​ລະ​ອຽດ, ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ກວດ​ພົບ, ສະ​ກັດ​ກັ້ນ ແລະ ແກ້​ໄຂ​ບັນ​ດາ​ເນື້ອ​ໃນ​ລະ​ເມີດ​ໃນ​ພ​ລາດ​ຟອມ​ດີ​ຈີ​ຕອນ ທີ່​ມີ​ປັດ​ໄຈ​ຂ້າມ​ຊາຍ​ແດນ. ຕ້ອງ​ຊີ້​ແຈ້ງ​ບັນ​ດາ​ເນື້ອ​ໃນ​ລະ​ຫວ່າ​ງ​ພົມ​ແດນ ແລະ ມາ​ດ​ຕະ​ຖານ​ຮັບ​ຮູ້​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ, ລະ​ຫວ່າງ​ສິດ​ເສ​ລີ, ການ​ເຫຼື້ອມ​ໃສ​ກັບ​ບັນ​ດາ​ການ​ກະ​ທຳ​ທີ່​ສວຍ​ໃຊ້​ສາ​ສະ​ໜາ​ເສກ​ສັນ​ປັ້ນ​ແຕ່ງ, ຍຸ​ແຍ່​ແກ່​ດຶງ, ແບ່ງ​ແຍກ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃຫ້​ຈະ​ແຈ້ງກວ່າ​ອີກ”.