ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi (ເບື້ອງຊ້າຍມື) ແລະ ທູດພິເສດ Steve Witkoff (ພາບ: PressTV/TTXVN)

ຮອບເຈລະຈາໄດ້ຈັດຂຶ້ນພາຍຫຼັງ ອາເມລິກາ ປະກາດຈັດວາງມາດຕະການລົງໂທດໃໝ່ຕ້ານຄືນປະເທດ ອາຊີຕາເວັນຕົກນີ້ ພຽງແຕ່ 2 – 3 ວັນ.

ຮອບເຈລະຈາຄັ້ງທີ 3 ລະຫວ່າງ ອາເມລິກາ ແລະ ອີຣານ ໄດ້ຈັດຂຶ້ນຢູ່ Oman. ໃນການປຶກສາຫາລືໃນວັນທີ 26 ເມສາ, ນຳໜ້າຄະນະເຈລະຈາຂອງ ອີຣານ ຍັງຄົງແມ່ນທ່ານ ລັດຖະມົນຕີການຕ່າງປະເທດ Abbas Araghchi, ໃນຂະນະນັ້ນ ຫົວໜ້າຄະນະເຈລະຈາ ອາເມລິກາ ສືບຕໍ່ແມ່ນທູດພິເສດ Steve Witkoff.

ສິ່ງທີ່ໜ້າສົນໃຈ, ໄປຄຽງຄູ່ການເຈລະຈາຂັ້ນສູງ, ຄະນະຜູ້ແທນ ອາເມລິກາ ແລະ ອີຣານ ກໍດຳເນີນບັນດາການແລກປ່ຽນວິຊາການທີ່ປິ່ນອ້ອມໂຄງການນິວເຄຼຍ ຂອງ ອີຣານ.

ນັກຂ່າວ VOV ປະຈຳ ອີຢິບ