ບັນດາມືປືນ ຮູທີ ຢູ່ ເຢແມນ (ພາບ: TTXVN) |
ວັນທີ 06 ພຶດສະພາ, ໃນກອງປະຊຸມຖະແຫຼງຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ອາເມລິກາ ຈະຢຸດຕິການບຸກໂຈມຕີທາງອາກາດເລັ່ງໃສ່ບັນດາເປົ້າໝາຍຂອງ ຮູທີ ຢູ່ ເຢແມນ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ຮູທີ ເຫັນດີຢຸດຕິການເຄື່ອນໄຫວບຸກໂຈມຕີບັນດາກ່ຳປັ່ນຢູ່ທະເລແດງ ໃນວັນດຽວກັນ. ລະອຽດ, ຕາມຂໍ້ຕົກລົງຢຸດຍິງ ໂດຍ Oman ເປັນກາງໄກເກ່ຍ, ອາເມລິກາ ແລະ ຮູທີ ຈະບໍ່ບຸກໂຈມຕີບັນດາເປົ້າໝາຍຂອງກັນ, ລວມທັງບັນດາກ່ຳປັ່ນຂອງ ອາເມລິກາ ຢູ່ທະເລແດງ ແລະ ອ່າວ Bab al-Mandab. ຫຼາຍປະເທດໃນພາກພື້ນ ໄດ້ຊົມເຊີຍບັນດາການຫັນປ່ຽນຢ່າງຕັ້ງໜ້ານີ້.
ກໍໃນວັນດຽວກັນ, ໃນຖະແຫຼງການຢ່າງເປັນທາງການສະບັບທຳອິດ ພາຍຫຼັງຄຳສັ່ງຢຸດຍິງກັບກຳລັງ ອາເມລິກາ ໄດ້ປະກາດ, ທ່ານປະທານສະພາການເມືອງສູງສຸດຂອງ ຮູທີ, ທ່ານ Mahdi al-Mashat, ຢັ້ງຢືນ ກຸ່ມນີ້ສືບຕໍ່ເຄື່ອນໄຫວບຸກໂຈມຕີ ອິດສະຣາແອັນ ເພື່ອໜູນຊ່ວຍການຕໍ່ສູ້ຂອງຊາວ ປາແລັດສະຕິນ ຢູ່ເຂດ ກາຊາ.

