ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ວັນທີ 5 ທັນວາ,ຢູ່ກອງປະຊຸມກັບທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ ຢູ່ສູນຝືກອົບຮົມນັກກວດກາການປະມົງເຂດ 5, ຝຸກວັກ, ທ່ານ Marc E. Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບບ້ວງເງິນໜູນຊ່ວຍໃໝ່ທີ່ມີມູນຄ່າ 12,5 ລ້ານ USD ໃຫ້ແກ່ ຫວຽດນາມ.

ໂດຍຜ່ານກົມປ້ອງກັນຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍສາກົນ (INL), ກະຊວງການຕ່າງປະເທດ ອາເມລິກາ, ບ້ວງເງິນໜູນຊ່ວຍນີ້ຈະໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດໃນການປະຕິບັດກົດໝາຍວ່າດ້ວຍທະເລ ແລະ ຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍປະຕິບັດຕາມຂໍ້ກຳນົດ (IUU). ບ້ວງເງິນໜູນຊ່ວຍຈະໄດ້ແຈກຢາຍໃຫ້ແກ່ບັນດາອົງການປະຕິບັດກົດໝາຍຂອງ ຫວຽດນາມ, ລວມມີ: ກົມກວດກາການປະມົງ, ກະຊວງຕຳຫຼວດ ແລະ ກົມໃຫຍ່ພາສີອາກອນ ຫວຽດນາມ, ເພື່ອຊື້ເຮືອນ້ອຍ, ຈັດການຝືກອົບຮົບຍົກສູງກຳລັງຄວາມສາມາດ ແລະ ສ້າງບັນດາຮູບຈຳລອງໜູນຊ່ວຍການຝືກແອບ, ບຳລຸງສ້າງກ່ຽວກັບການປະຕິບັດກົດໝາຍວ່າດ້ວຍທະເລ.

ສ່ວນທ່ານຮອງລັດຖະມົນຕີ ຝຸ່ງດຶກຕຽນ ໄດ້ຕີລາຄາສູງການໜູນຊ່ວຍຂອງອາເມລິກາ ຕໍ່ຂະແໜງສິນໃນນ້ຳຫວຽດນາມ ຜ່ານບັນດາໂຄງການ, ການໜູນຊ່ວຍດ້ານເຕັກນິກ ຕໍ່ຂົງເຂດອະນຸລັກຮັກສາແຫຼ່ງຜົນປະໂຫຍດສິນໃນນ້ຳ, ພິເສດແມ່ນການໜູນຊ່ວຍກ່ຽວກັບການຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງກວດກາການປະມົງຫວຽດນາມ ແລະ ປ້ອງກັນຕ້ານການຂຸດຄົ້ນ IUU.