ໃນຂອບເຂດການເດີນທາງຢ້ຽມຢາມທາງລັດຖະກິດຢູ່ຈີນ, ຕອນບ່າຍວັນທີ 14 ເມສາ, ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຂົ້າຮ່ວມ “ເວທີປາໄສການຮ່ວມມືສຶກສາຂັ້ນ ມະຫາວິທະຍາໄລດ້ານວິທະຍາສາດເຕັກໂນໂລຢີ ແລະ ນັດວັດຕະກຳ ຫວຽດນາມ - ຈີນ” ແລະ ມີບົດກ່າວຄຳເຫັນສຳຄັນຢູ່ມະຫາວິທະຍາໄລ ຊິນຫວາ.
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນພິເສດການສຶກສາ, ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພາະສະນັ້ນ, ຫວຽດນາມ ຖືເປັນສຳຄັນທີ່ສຸດເລື່ອງນຳໄວໜຸ່ມລຸ້ນປັດຈຸບັນອອກໄປຮ່ຳຮຽນ, ຄົ້ນຄ້ວາ, ເຂົ້າເຖິງບັນດາສູນພູມປັນຍາ ແລະ ເຕັກໂນໂລຢີແຖວໜ້າໂລກ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:
ໃນການກຳນົດທິດນັ້ນ, ການສຶກສາ - ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຕ້ອງແມ່ນຂົງເຂດບຸລິມະສິດຂອງນະໂຍບາຍບຸລິມະສິດ. ເພື່ອກ້າວເດີນໄວໃນສະຕະວັດທີ XXI, ຫວຽດນາມ ຈຳເປັນຕ້ອງມີຄົນລຸ້ນໃໝ່ທີ່ມີພື້ນຖານວິທະຍາສາດອັນໝັ້ນແກ່ນ, ມີຄວາມສາມາດເປັນເຈົ້າເຕັກໂນໂລຢີທັນສະໄໝ, ມີຈິນຕະນາການນະວັດຕະກຳ ແລະ ມີຄຸນນະທາດເຊື່ອມໂຍງເຂົ້າກັບສາກົນ. ຫວຽດນາມ ປາດຖະໜາຢາກໃຫ້ ນັກສຶກສາ, ນັກຄົ້ນຄ້ວາ, ນັກວິທະຍາສາດໜຸ່ມຂອງຕົນ ນັບມື້ນັບຫຼາຍໄດ້ຮ່ຳຮຽນ, ຄົ້ນຄ້ວາ ຢູ່ບັນດາສູນບຳລຸງສ້າງ, ຄົ້ນຄ້ວາແຖວໜ້າຂອງຈີນ, ໃນນັ້ນມີມະຫາວິທະຍາໄລ ຊິນຫວາ.
