ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະຫະພັນ ລັດຖະສະພາສາກົນ (IPU), ທ່ານເລຂາທິການໃຫຍ່ IPU, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຄັ້ງທີ 152 ຂອງ ສະຫະພັນ ລັດຖະສະພາ ສາກົນ (IPU - 152). ຕາມທ່ານເອກອັກຄະລັດຖະທູດ ຕວັກກີປະຈຳ ຫວຽດນາມ Korhan Kemik ແລ້ວ, ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະນຳມາເຊິ່ງກາລະໂອກາດອັນລ້ຳຄ່າເພື່ອປັບປຸງການພົວພັນສອງຝ່າຍໃຫ້ດີກ່ວາອີກ. ຕີລາຄາກ່ຽວກັບການເຂົ້າຮ່ວມ ແລະ ປະກອບສ່ວນຂອງ ຫວຽດນາມ ຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍຄື IPU, ທ່ານເອກອັກຄະລັດຖະທູດ Korhan Kemik ຊີ້ແຈ້ງວ່າ ຫວຽດນາມ ແລະ ຕວັກກີມີຄວາມເຊື່ອໝັ້ນຢ່າງໝັ້ນແກ່ນຕໍ່ລັດທິຫຼາຍຝ່າຍ ແລະ ການປະຕິບັດໃຫ້ປະກົດຜົນເປັນຈິງດ້ວຍການປະກົດຕົວ ນັບມື້ນັບເຂັ້ມແຂງກ່ວາອີກບົນເວທີສາກົນ. ຕວັກກີພ້ອມແລ້ວທີ່ຈະເຮັດໃຫ້ການພົວພັນຮ່ວມມືກັບ ຫວຽດນາມ ໃນໄລຍະຈະມາເຖິງເລິກເຊິ່ງກ່ວາອີກດ້ວຍວິທີການພ້ອມກັນມານະພະຍາຍາມສ້າງພື້ນຖານເພື່ອຊຸກຍູ້ສັນຕິພາບ ແລະ ພັດທະນາແບບຍືນຍົງ, ເພື່ອຜົນປະໂຫຍດຂອງທັງສອງປະເທດ.
