ຕອນ​ເຊົ້າ​ວັນ​ທີ 14 ເມ​ສາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່ ໂຣມ, ປ​ະ​ເທດ​ອີ​ຕາ​ລີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ພົບ​ປ​ະ​ກັບ​ທ່ານ Qu Dongyu ຜູ້​ອຳ​ນວຍ​ການ​ອົງ​ການ​​ອາ​ຫານ ແລະ ການ​ກະ​ເສດ ສ​ປ​ຊ (FAO) ເນື່ອງ​ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ສ.ອີ​ຕີ​ລີ​ຢ່າງ​ເປັນ​ທາງ​ການ. ທີ່​ການ​ພົບ​ປະ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັ​ງ​ເໝິນ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຊຸກ​ຍູ້​ຮູບ​ແບບ​ກະ​ສິ​ກຳ​ແບບ​ຍືນ​ຍົງ, ຫັນ​ປ່ຽນ​ລະ​ບົບ​ທັນ​ຍະ​ຫານ, ອາ​ຫານ… ແລະ ສະ​ເໜີ FAO ປະ​ສານ​ສົມ​ທົບ​, ໜູນ​ຊ່ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ. ກ່ຽວ​ກັບ​ທິດ​ທາງ​​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ FAO ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ການ​ສ້າງຂະ​ແໜງກ​ະ​ສິ​ກຳ​ຄືນ​ໃໝ່​ຕາມທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາ​ສີ​ຂຽວ, ຍືນ​ຍົງ, ອັດ​ສະ​ລິ​ຍະ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຫັນ​ປ່ຽນ​ລະ​ບົບ​ອາ​ຫານ​ການ​ກິນ, ຄວບ​ຄຸມ​ໂລກ​ລະ​ບາດ​ພິ​ເສດ​ຈາກ​ສັດ​ຕິດ​ສູ່​ຄົນ, ແລະຍູ້​ແຮງ​ການ​ຫັນ​ ກະ​ສິ​ກຳເປັນ​ດີ​ຈີ​ຕອນ​​. ສ່ວນ​ທ່ານ Qu Dongyu ຢັ້ງ​ຢືນ ຍາມ​ໃດ​ກໍ່​ຖື​ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ພາກ​ພື້ນ ແລະ ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່ຫັນ​ປ່ຽນ​ລະ​ບ​ົບ​ທັນ​ຍາ​ຫານ, ອາ​ຫານ​ແບບ​ຍືນ​ຍົງ, ກະ​ສິ​ກຳ​ສີ​ຂຽວ ແລະ ຮັບ​ມື​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່​ນ​ແທັງ​ເໝິນ ໄດ້​ໃຫ​້​ການ​ຕ້ອນ​ຮັບ​ທ່ານ​ Chiara Gribaudo ປະ​ທານ​ກຸ່ມ​ສະ​ມາ​ຊິ​ກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ອ​ີ​ຕາ​ລີ - ຫ​ວຽດ​ນາມ.