ຕອນ​ບ່າຍ​ວັນ​ທີ 14 ເມ​ສາ, ຢູ່ ນະ​ຄອນຫຼວງ ປັກ​ກິ່ງ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ ຫວັງ​ອູ​ໜິງ ປະ​ທານ​ສະ​ພາ​ປຶກ​ສາ​ດ້ານ​ການ​ເມືອງ​ທົ່ວ​ປະ​ເທດຈີນ.

ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ປາດ​ຖະ​ໜາວ່າ ​ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ສືບ​ຕໍ່​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ເລິກ​ເຊິ່ງ​ກ່​ວາ​ອີກ, ກຳ​ນົດ​ລະ​ດັບ​ສູງ​ໃໝ່​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ການ​ເຊື່ອມ​ຕໍ່​ຢ່າງ​ຮອບ​ດ້ານ, ເລິກ​ເຊິ່ງກວ້າງ​ຂວາງ​ກ່​ວາ​ອີກ, ພ້ອມ​ກັນ​ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຊຸກ​ຍູ້ ການ​ເຊື່ອມ​ຕໍ່​3 ປະ​ການກ່ຽວ​ກັບ​ອຸ​ດົມ​ການ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຜົນ​ປະ​ໂຫຍດ​ພັດ​ທະ​ນາ ແລະ ວັດ​ທະ​ນະ​ທຳ, ຈິດ​ໃຈ​ປະ​ຊາ​ຊົນ, ທ່ານ​ສະ​ເໜີ​ສອງ​ຝ່າຍ​ຮັກ​ສາ​ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຍ​ົກ​ສູງ​ປະ​ສິ​ດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ຊ່ອງ​ທາງ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ - ສະ​ພາ​ປະ​ຊາ​ຊົນ, ແນວ​ໂຮມ​ປະ​ເທດ​ຊາດ - ສະ​ພາ​ປຶກ​ສາ​ດ້ານ​ການ​ເມືອງ, ປັບ​ປຸງ​ເສົາ​ຄ້ຳ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ.

ສ່ວນ​ທ່ານ ຫວັງ​ອູ​ໜິງ ຢັ້ງ​ຢືນ​ວ່າ ຈີນ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ກັບ ຫວຽດ​ນາມ ເປັນ​ທິດ​ທາງ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຖານ​ບ້ານ​ໃກ້​ເຮືອນ​ຄ​ຽງ, ທ່ານ​ສະ​ເໜີ​ສອງ​ຝ່າຍ​ກຳ​ແໜ້ນ​ທິດ​ທາງ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ໝັ້ນ​ແກ່ນ, ພ້ອມ​ກັນ​ຊຸກ​ຍູ້​ພາ​ລະ​ກິດ​ຫັນ​ເປັນ​ທັນ​ສະ​ໄໝ​ສັງ​ຄົມ​ນິ​ຍົມ​ຢູ່​ແຕ່​ລ​ະ​ປະ​ເທດ, ເພີ​່ມ​ທະ​ວີ​ກ່​ວາ​ອີກ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ, ເປັນ​ຕົ້ນ​ແມ່ນ​ບຸ​ລິ​ມະ​ສິດຍ​ູ້​ໄວ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ພັດທະ​ນາ​ບັນ​ຍາ​ປະ​ດິດ, ເສດ​ຖະ​ກິດ​ດີ​ຈີ​ຕອນ.