ໃນຈົດໝາຍສົ່ງເຖິງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ການນຳຫຼັກແຫຼ່ງລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມໂຕເລິມ ແລະ ການນຳຫຼັກແຫຼ່ງຫວຽດນາມ ຢັ້ງຢືນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບລາວ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງຄື: ເສດຖະກິດ, ການຄ້າ, ການລົງທຶນ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ການສຶກສາ - ບຳລຸງສ້າງ ແລະ ພົວພັນແລກປ່ຽນປະຊາຊົນ, ພ້ອມທັງຢັ້ງຢືນຈະເພີ່ມພູນຄູນສ້າງ, ປົກປັກຮັກສາ ແລະ ເສີມຂະຫຍາຍການພົວພັນຢ່າງສະເໝີຕົ້ນສະເໝີປາຍ, ໃສແຈ້ງ, ຫາຍາກລະຫວ່າງສອງຊາດຢ່າງຕໍ່ເນື່ອງ.
ໃນຈົດໝາຍສົ່ງໄປຍັງ ພະບາດສົມເດັດເຈົ້າຊີວິດ ກຳປູເຈຍ Norodom Sihamoni, ທ່ານ Hun Sen ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງ ກຳປູເຈຍ, ທ່ານເລຂາທິການໃຫຍ່,ປະທານປະເທດ ໂຕເລິມ ແລະ ການນຳຫຼັກແຫຼ່ງຫວຽດນາມ ເຊື່ອໝັ້ນວ່າ ໝາກຜົນທີ່ບັນລຸໄດ້ໃນບັນດາການຢ້ຽມຢາມ, ພົບປະຂັ້ນສູງ, ພິເສດແມ່ນການຢ້ຽມຢາມທາງລັດຖະກິດຢູ່ກຳປູເຈຍຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະໄດ້ຮັບການຜັນຂະຫຍາຍຈາກສອງຝ່າຍຢ່າງຕັ້ງໜ້າ, ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນສາຍ ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງພັກ, ສອງລັດເລິກເຊິ່ງກ່ວາອີກ.
