ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ກ່າວຄຳເຫັນໃນການຖະແຫຼງຂ່າວ ຢູ່ ສຳນັກງານ NATO ໃນວັນທີ 4/12 (ພາບ: Reuters) |
ວັນທີ 4 ທັນວາ, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ ແລະ ສະຫະພາບເອີຣົບ (EU) ພ້ອມແລ້ວທີ່ຈະໂອນຈຳນວນເງິນ 50 ຕື້ USD ຈາກຊັບສິນຂອງ ລັດເຊຍ ທີ່ຖືກອາຍັດໃຫ້ແກ່ ຢູແກຼນ ໃນອາທິດໜ້າ. ຈຳນວນເງິນດັ່ງກ່າວ ຕ້ອງກາຍເປັນແຫຼ່ງການເງິນສຳຄັນໃຫ້ແກ່ພື້ນຖານເສດຖະກິດ ແລະ ການປ້ອງກັນຊາດ ຢູແກຼນ ໃນປີ 2025.
ທ່ານ Antony Blinken ຊີ້ແຈ້ງວ່າ ອາເມລິກາ ພວມສົມທົບກັບບັນດາສຳພັນທະມິດ ເອີຣົບ ເພື່ອຮັບປະກັນວ່າ 50 ຕື້ USD ຈາກຊັບສິນທີ່ອາຍັດຂອງ ລັດເຊຍ ນັ້ນ ຈະໄດ້ນຳໃຊ້ເພື່ອໜູນຊ່ວຍ ຢູແກຼນ ໃນທັນທີ. ທ່ານເນັ້ນໜັກວ່າ ບັນດາຄູ່ຮ່ວມມືສາກົນຂອງ ຢູແກຼນ ສືບຕໍ່ມານະພະຍາຍາມເພື່ອສະໜອງໃຫ້ປະເທດນີ້ທຸກແຫຼ່ງກຳລັງທີ່ຈຳເປັນເພື່ອສ້າງເສດຖະກິດໃຫ້ເປັນປົກກະຕິ ແລະ ຊື້ອາວຸດຍຸດໂທປະກອນການທະຫານທີ່ສຳຄັນ.

