ໂດຍສືບຕໍ່ບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືດ້ານເສດຖະກິດ ກັບບັນດາຄູ່ຮ່ວມມືເຂດອ່າວ ໃນການເດີນທາງໄປປະຕິບັດງານຢູ່ ພາກຕາເວັນອອກກາງ, ຕອນຄ່ຳວັນທີ 15 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ແຈ້ງໃຫ້ຊາບວ່າ ສາມາດບັນລຸໄດ້ບັນດາຂໍ້ຕົກລົງການຮ່ວມມືດ້ານເສດຖະກິດທີ່ມີມູນຄ່າ 200 ຕື້ USD ກັບການນຳ ສະຫະລັດ ອາຣັບ ເອມີເລັດ (UAE).

ຕາມແຈ້ງການຂອງທຳນຽບຂາວ ອາເມລິກາແລ້ວ, ໃນບັນດາຂໍ້ຕົກລົງຮ່ວມມືດ້ານເສດຖະກິດເຊິ່ງອາເມລິກາ ຫາກໍ່ລົງນາມກັບ UAE ມີຄຳໝັ້ນສັນຍາຮ່ວມມືທີ່ມີມູນຄ່າຂຶ້ນເຖິງ 14,5 ຕື້ USD ລະຫວ່າງ ສອງກຸ່ມບໍລິສັດໃຫຍ່ Boeing ແລະ GE Aerospace ຂອງອາເມລິກາ ກັບ ບໍລິສັດການບິນ Etihad Airways ຂອງ UAE. ເຖິງຢ່າງໃດກໍຕາມ, ຂໍ້ມູນລະອຽດຂອງຂໍ້ຕົກລົງຍັງບໍ່ທັນໄດ້ເຕື້ອງເຖິງ.

UAE ແມ່ນປະເທດທີສາມ ແລະ ປະເທດສຸດທ້າຍໃນການເດີນທາງໄປປະຕິບັດງານຢູ່ສາມປະເທດເຂດອ່າວຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.