ວັນທີ 20 ພະຈິກ, ອາເມລິກາ ຢັບຢັ້ງມະຕິຂອງສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍການຮຽກຮ້ອງຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ໃນທັນທີ. ນີ້ແມ່ນຄັ້ງທີ 4 ທີ່ ອາເມລິກາ ໄດ້ຢັບຢັ້ງມະຕິສະບັບໜຶ່ງຄືແນວນັ້ນ ນັບແຕ່ເມື່ອເກີດການປະທະກັນຢູ່ເຂດ ກາຊາ ແຕ່ເດືອນຕຸລາ 2023.
ມະຕິສະບັບດັ່ງກ່າວໄດ້ຮັບການອຸປະຖຳຈາກ 10 ປະເທດກຳມະການບໍ່ຖາວອນ ໃນຈຳນວນ 15 ປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ບັນລຸໄດ້ຂໍ້ຕົກລົງຢຸດຍິງໃນທັນທີ, ໂດຍບໍ່ມີເງື່ອນໄຂ ແລະ ຍາວນານຢູ່ເຂດ ກາຊາ. ມະຕິສະບັບນີ້ກໍໄດ້ຮັບການສະໜັບສະໜູນຈາກ 14 ໃນຈໍານວນ 15 ປະເທດສະມາຊິກ ແຕ່ບໍ່ໄດ້ຮັບການຮັບຮອງເອົາ ຍ້ອນ ອາເມລິກາ ຢັບຢັ້ງ. ອາເມລິກາ ໄດ້ເນັ້ນໜັກວ່າ ມະຕິທຸກສະບັບທີ່ແນໃສ່ຢຸດຕິການໃຊ້ຄວາມຮຸນແຮງຢູ່ເຂດກາຊາ ຕ້ອງໄປຄຽງຄູ່ກັບການປ່ອຍຕົວປະກັນ ທີ່ຖືກ ຮາມາດ ກັກຂັງໃນທັນທີ, ໃນນັ້ນ, ມີພົນລະເມືອງ ອາເມລິກາ 7 ຄົນ.
ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ
