ວັນທີ 2 ພຶດສະພາ, ອາເມລິກາ ໄດ້ຢຸດຕິນະໂຍບາຍຍົກເວັ້ນພາສີສຳລັບສິນຄ້ານຳເຂົ້າຈາກ ຈີນ ທີ່ມີມູນຄ່າຕ່ຳກວ່າ 800 USD. ການກະທຳດັ່ງກ່າວ ໄດ້ຮັບການຕີລາຄາວ່າ ອາດກໍ່ຜົນກະທົບຢ່າງໃຫຍ່ຫຼວງຕໍ່ບັນດາແອັບການຄ້າເອເລັກໂຕນິກທົ່ວໄປຂອງ ຈີນ, ເຊິ່ງເປັນບັນດາ platform ສະໜອງສິນຄ້າລາຄາຖືກ ທີ່ຜູ້ບໍລິໂພກ ອາເມລິກາ ນິຍົມ.
ຕາມນັ້ນແລ້ວ, ນັບແຕ່ວັນທີ 2 ພຶດສະພາ, ສິນຄ້າຈາກ ຈີນ ທີ່ໄດ້ຂົນສົ່ງການຄ້າເຂົ້າໄປ ອາເມລິກາ ຈະຖືກເສຍອັດຕາພາສີເພີ່ມເຕີມແມ່ນ 145% ບວກກັບອັດຕາພາສີໃນເມື່ອກ່ອນ, ຍົກເວັ້ນແຕ່ບັນດາຜະລິດຕະພັນຄື ໂທລະສັບມືຖືສະມາດໂຟນ ທີ່ໄດ້ຮັບການຕົກລົງໃຫ້ຍົກເວັ້ນແຕ່ເດືອນກ່ອນ. ເຖິງຢ່າງໃດກໍຕາມ, ສິນຄ້າທີ່ມີມູນຄ່າຕ່ຳກວ່າ 800 USD ທີ່ສົ່ງຜ່ານທາງໄປສະນີ ອາເມລິກາ ຈະຕ້ອງເສຍລະດັບອັດຕາພາສີຕ່າງ, ເທົ່າກັບ 120% ມູນຄ່າສິນຄ້າ ຫຼື ອັດຕາພາສີຄົງທີ່ແມ່ນ 100 USD ຕໍ່ກ່ອງສິນຄ້າ.
ຕາມຕົວເລກຈາກອົງການສະຖິຕິ ອາເມລິກາ ແລ້ວ, ສິນຄ້າທີ່ມີມູນຄ່າຕ່ຳຈາກ ຈີນ ເຂົ້າໄປ ອາເມລິກາ ລວມມູນຄ່າປະມານ 5,1 ຕື້ USD ໃນປີ 2024.
