(ພາບ: ກະຊວງການເງິນ ອາເມລິກາ) |
ວັນທີ 30 ເມສາ, ອາເມລິກາ-ຢູແກຼນ ໄດ້ເຊັນຂໍ້ຕົກລົງບໍ່ແຮ່ພາຍຫຼັງຫຼາຍປີດຳເນີນການເຈລະຈາ ແລະ ມີຈຸດເວລາເກີດຄວາມເຄັ່ງຕຶງລະຫວ່າງການນຳສອງປະເທດ. ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Scott Bessent ແລະ ທ່ານຮອງນາຍົກລັດຖະມົນຕີ ຢູແກຼນ ນາງ Yulia Svyrydenko ໄດ້ເຊັນຂໍ້ຕົກລົງສະບັບນີ້.
ຂໍ້ຕົກລົງສະບັບນີ້ອະນຸຍາດໃຫ້ ອາເມລິກາ ສຳຜັດກັບແຫຼ່ງທີ່ດິນຫາຍາກ ແລະ ບັນດາຊັບພະຍາກອນທຳມະຊາດອື່ນໆຂອງ ຢູແກຼນ ພ້ອມທັງອະນຸຍາດສ້າງຕັ້ງກອງທຶນລົງທຶນລວມ ໃຫ້ແກ່ການເຄື່ອນໄຫວສ້າງສາ ຢູແກຼນ ຄືນໃໝ່. ຕາມທ່ານຮອງນາຍົກລັດຖະມົນຕີ ຢູແກຼນ ນາງ Yulia Svyrydenko ແລ້ວ, ຕາມຂໍ້ຕົກລົງນີ້, ນອກຈາກການປະກອບດ້ານການເງິນໂດຍກົງ, ອາເມລິກາ ກໍ່ອາດຈະມີການໜູນຊ່ວຍໃໝ່ໃຫ້ແກ່ ຢູແກຼນ ຕົວຢ່າງຄື: ບັນດາລະບົບປ້ອງກັນທາງອາກາດ ແລະ ທ່ານນາງກໍ່ເນັ້ນໜັກວ່າ ກອງທຶນນີ້ ຈະຊ່ວຍດຶງດູດການລົງທຶນທົ່ວໂລກເຂົ້າ ຢູແກຼນ.
