ນະຄອນ Khan Younis ພາຍຫຼັງບັ້ນບຸກໂຈມຕີ ໃນວັນທີ 13/7/2024 (ພາບ: THX/TTXVN)

ທ່ານ Izzat al – Rishq, ສະມາຊິກຂອງຫ້ອງການການເມືອງ ຮາມາດສ ໄດ້ອອກແຈ້ງການຊີ້ແຈ້ງຂໍ້ມູນທັງໝົດທີ່ໄດ້ຍົກອອກມາກ່ອນໜ້ານັ້ນ ກ່ຽວກັບເລື່ອງ ຂະບວນການນີ້ ຕັດສິນໃຈຢຸດຕິການເຈລະຈາເພື່ອໂຕ້ຕອບການບຸກໂຈມຕີຂອງ ອິດສະຣາແອັນ ເຂົ້າໃສ່ຄ້າຍລີ້ໄພ Al – Mawasi ແມ່ນບໍ່ມີຫຼັກຖານ. ທ່ານເວົ້າຕື່ມອີກວ່າ ຝ່າຍ ອິດສະຣາແອັນ ພວມພະຍາຍາມກີດຂວາງເລື່ອງບັນລຸໄດ້ຂໍ້ຕົກລົງເພື່ອເພີ່ມທະວີການບຸກໂຈມຕີຢູ່ເຂດ ກາຊາ.

ຕາມຕົວເລກຂອງອົງການສາທາລະນະສຸກ ກາຊາ, ຊາວ ປາແລັດສະຕິນ ເສຍຊີວິດ 90 ຄົນ ແລະ ມີປະມານ 300 ຄົນຮັບບາດເຈັບ ພາຍຫຼັງເຫດບຸກໂຈມຕີນີ້ຂອງ ອິດສະຣາແອັນ. ຝ່າຍ ອິດສະຣາແອັນ ໃຫ້ຮູ້ວ່າ ເປົ້າໝາຍບຸກໂຈມຕີແມ່ນ ຜູ້ບັນຊາການທະຫານຂອງ ຮາມາດສ, ທ່ານ Mohammed Deif ແລະ ພວມລໍຖ້າບົດລາຍງານກ່ຽວກັບຜົນຂອງບຸກໂຈມຕີນີ້.