ຫໍພິພິທະພັນວັດຖຸບູຮານໝຸຍແໜ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2023. ນີ້ແມ່ນຫໍພິພິທະພັນເອກະຊົນ ໂດຍທ່ານ ຫງວຽນງອກເອີນ, ຜູ້ເກັບສະສົມວັດຖຸບູຮານເປັນຜູ້ບໍລິຫານໂດຍກົງ.
ໃນບໍລິເວນທີ່ມີເນື້ອທີ່ກວ້າງກວ່າ 2.500 ຕາແມັດ, ຫໍພິພິທະພັນພວມວາງສະແດງວັດຖຸພັນ 20.000 ຢ່າງ ຕາມຫົວເລື່ອງພ້ອມກັບວັດຖຸພັນກວ່າ 30.000 ຢ່າງພວມຖືກເກັບຮັກສາຢູ່ໃນສາງ. ບັນດາວັດຖຸພັນທີ່ພວມຖືກເກັບຮັກສາ ແລະ ວາງສະແດງຢູ່ທີ່ນີ້ ມີອາຍຸແຕ່ 1.500 ປີກ່ອນ ຄສ (ຄິດຕະສັກກະລາດ) ຈົນເຖິງໄລຍະກອ່ນປີ 1975 ແລະ ໄດ້ຮັບການຈັດວາງສະແດງຕາມ 6 ຫົວເລື່ອງ, ລວມມີ: ເຄື່ອງປັ້ນດິນເຜົາ ເຄື່ອງເຄືອບ, ຮູບພາບນູນ, ຊຸດອາພອນລາຊະວົງ ຈຳ, ຕະຫຼອດຮອດເຄື່ອງດົນຕີດ້ວຍຫີນເກົ່າແກ່… ວັດຖຸພັນແຕ່ລະຢ່າງແມ່ນເລື່ອງລາວປະຫວັດສາດ, ວັດທະນະທຳ ແລະ ບູຮານຄະດີທີ່ເຕັມໄປດ້ວຍຄຸນຄ່າ.
ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງນັກຄົ້ນຄວ້າ, ນັກຮຽນ, ນັກສຶກສາ, ນັກທ່ອງທ່ຽວຫຼາຍຄົນ, ຫໍພິພິທະພັນວັດຖຸບູຮານໝຸຍແໜ ພວມຄ່ອຍໆຫັນວັດຖຸພັນເປັນດີຈີຕອນ, ຫັນບັນດາວັດຖຸພັນທີ່ມິດງຽບໃນຫໍພິພິທະພັນກາຍເປັນບັນດາຄຼິບວີດີໂອ 3D. ຍ້ອນຈຳນວນແຂກທ່ອງທ່ຽວທີ່ມາຢ້ຽມຢາມຫໍພິພິທະພັນນັບມື້ນັບເພີ່ມຫຼາຍຂຶ້ນ ໃນຂະນະທີ່ພື້ນທີ່ຂອງຫໍພິພິທະພັນຖືກຈຳກັດ, ສະນັ້ນ ເລື່ອງຫັນບັນດາວັດຖຸພັນເປັນດີຈີຕອນ ຈະຕອບສະໜອງຄວາມຕ້ອງການຂອງແຂກໄດ້ເປັນຢ່າງດີກວ່າ. ຫໍພິພິທະພັນພວມສົມທົບກັບຫົວໜ່ວຍຈຳນວນໜຶ່ງເພື່ອຜັນຂະຫຍາຍວັດຖຸພັນເປັນດີຈີຕອນ. ທ່ານ ຫງວຽນງອກເອີນ, ຜູ້ກໍ່ຕັ້ງຫໍພິພິທະພັນວັດຖຸບູຮານໝຸຍແໜ ໃຫ້ຮູ້ວ່າ:
“ໃນເບື້ອງຕົ້ນ ພວກຂ້າພະເຈົ້າໄດ້ມີຫໍພິພິທະພັນດີຈີຕອນ ແລະ ມີວັດຖຸພັນກວ່າ 50 ຢ່າງໄດ້ຫັນເປັນດີຈີຕອນແລ້ວ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າໝູນໃຊ້ເຕັກໂນໂລຢີ AI (ປັນຍາປະດິດ), Chat GPT, ຂ້າພະເຈົ້າຄິດວ່າ ການຫັນເປັນດີຈີຕອນກໍຈະມີຄວາມງ່າຍກວ່າ, ແລ້ວຈະມີພາສາອັງກິດ, ພາສາ ລັດເຊຍ ຕື່ມອີກນັ້ນ ກໍຍິ່ງຈະມີຄວາມຈັບໃຈກວ່າ ແລະ ກໍສະດວກໃຫ້ຜູ້ເຂົ້າມາຢ້ຽມຊົມອີກດ້ວຍ”.
ເລື່ອງຫັນເປັນດີຈີຕອນ ກໍຊ່ວຍໃຫ້ວຽກງານຄຸ້ມຄອງບໍລິຫານ, ຄົ້ນຫາ, ຟື້ນຟູເອກະສານຂອງຫໍພິພິທະພັນມີຄວາມສະດວກກວ່າ, ພ້ອມທັງປະກອບສ່ວນແຜ່ກະຈາຍບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ແລະ ບູຮານຄະດີຂອງມໍລະດົກໄດ້ຢ່າງກວ້າງຂວາງກວ່າ. ທ່ານ ອຶກຫວຽດວ່ອງ, ແຂກທ່ອງທ່ຽວ ມາຈາກຕາແສງ ບັກບິ່ງ, ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:
“ຢູ່ທີ່ນີ້ໄດ້ປະຕິບັດວຽກງານຫັນເປັນດີຈີຕອນເພື່ອຊ່ວຍໃຫ້ຜູ້ເຂົ້າມາຢ້ຽມຊົມ, ພິເສດແມ່ນນັກຮຽນ, ນັກສຶກສາ, ບັນດານັກຄົ້ນຄວ້າ ສາມາດຂຸດຄົ້ນຂໍ້ມູນໄດ້ຢ່າງງ່າຍດາຍ, ອ່ານໄດ້ງ່າຍ, ເຂົ້າໃຈໄດ້ງ່າຍ. ຜ່ານນັ້ນ ກໍມີການກະທົບຕໍ່ຄົນລຸ້ນໜຸ່ມໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຂອງ ຫວຽດນາມ, ຂອງແຂວງ ເລິມດົ່ງ. ຜ່ານນີ້ກໍປະກອບສ່ວນດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ໝຸຍແໜ, ແຂວງ ເລິມດົ່ງ ຫຼາຍກວ່າອີກ”.
ດ້ວຍທ່າອ່ຽງຫັນຈາກການທ່ອງທ່ຽວແບບພັກຜ່ອນຢ່ອນໃຈໄປສູ່ຮູບແບບລົງຕົວຈິງວັດທະນະທຳ, ຫໍພິພິທະພັນວັດຖຸບູຮານໝຸຍແໜ ພວມກາຍເປັນຈຸດເດັ່ນພິເສດ. ບໍ່ພຽງແຕ່ຢຸດຢູ່ການວາງສະແດງແບບເກົ່າເທົ່ານັ້ນ, ເລື່ອງຫັນວັດຖຸພັນເປັນດີຈີຕອນກໍໄດ້ເປີດອອກຄວາມສາມາດເຂົ້າເຖິງຢ່າງກວ້າງຂວາງກວ່າ, ພິເສດສຳລັບຄົນລຸ້ນໜຸ່ມ ແລະ ບັນດານັກຄົ້ນຄວ້າ. ທ່ານນາງ ລືຖາຍຕວຽນ, ຮອງຜູ້ອຳນວຍການຫໍພິພິທະພັນແຂວງ ເລິມດົ່ງ ໃຫ້ຮູ້ວ່າ:
“ຫໍພິພິທະພັນຂອງທ່ານ ຫງວຽນງອກເອີນ ກໍແມ່ນໜຶ່ງໃນບັນດາຫໍພິພິທະພັນເອກະຊົນ ທີ່ຜັນຂະຫຍາຍວຽກງານຫັນຫໍພິພິທະພັນເປັນດີຈີຕອນໄດ້ເປັນຢ່າງດີ, ພິເສດແມ່ນການສ້າງຫໍພິພິທະພັນ 3D, ໝູນໃຊ້ເຕັກໂນໂລຢີເຂົ້າໃນວຽກງານຫໍພິພິທະພັນ. ສິ່ງດັ່ງກ່າວ ຈະຊ່ວຍເກັບຮັກສາບັນດາມໍລະດົກ, ວັດຖຸພັນໄດ້ເປັນຢ່າງດີກວ່າ, ນຳມໍລະດົກຫຍັບມໍ່ເຂົ້າກັບມະຫາຊົນຫຼາຍກວ່າອີກ. ເລື່ອງໝູນໃຊ້ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ຈຳເປັນຂອງຫໍພິພິທະພັນໃນປັດຈຸບັນ”.
ໂດຍຕັ້ງຢູ່ກາງໝູ່ບ້ານຊາວປະມົງ ໝຸຍແໜ, ແຂວງ ເລິມດົ່ງ, ຫໍພິພິທະພັນວັດຖຸບູຮານໝຸຍແໜ ແມ່ນຈຸດເດັ່ນກ່ຽວກັບວັດທະທະນະທຳທີ່ມີຄວາມເປັນເອກະລັກພິເສດ, ບ່ອນທີ່ເລົ່າບັນດາເລື່ອງລາວປະຫວັດສາດນັບພັນປີຂອງເຂດດິນແດນພາກກາງຕອນໃຕ້ສຸດຂອງ ຫວຽດນາມ ດ້ວຍຫຼາຍພື້ນຖານວັດທະນະທຳທີ່ແຕກຕ່າງກັນ ຜ່ານບັນດາວັດຖຸພັນທີ່ພວມໄດ້ເກັບຮັກສາ ແລະ ວາງສະແດງຢູ່ຫໍພິພິທະພັນ ກໍຄືໃນລະບົບດີຈີຕອນ./.
