ຄູດີເດັ່ນ ຫງວຽນຮຸຍຢ໊ຽມ ແມ່ນຜູ້ປະກອບສ່ວນສຳຄັນເຂົ້າໃນການເຜີຍແຜ່ສອນສາສະໜາ ຮວ່າຮ໋າວ ທ່ານມີບົດບາດເປັນແກ່ນສານໃນຂະນະເຜີຍແຜ່ສອນສາສະໜາສູນກາງສະມາຄົມພຸດທະສາສະໜາ ຮວ່າຮ໋າວ, ຮັບຜິດຊອບຝຶກອົບຮົມຄົ້ນຄວ້າ ແລະ ຈັດຕັ້ງຊຸດບຳລຸງສ້າງໂດຍພື້ນຖານໃຫ້ແກ່ຜູ້ສອນສາສະໜາ ແລະ ຜູ້ເຂົ້າຮ່ວມຊຸດຝຶກອົບຮົມ. ອ້າຍຄູ ຫງວຽນຮຸຍຢ໊ຽມ ເປີດເຜີຍວ່າ:
“ການເຄື່ອນໄຫວສາສະໜາຂອງພຸດທະສາສະໜາ ຮວ່າຮ໋າວ ໄດ້ຜັນຂະຫຍາຍຢ່າງກວ້າງຂວາງຢູ່ຫຼາຍແຂວງ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ພ້ອມກັບບາງແຂວງເຂດພາກກາງ. ຄະນະບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຮວ່າຮ໋າວ ໄດ້ເສີມຂະຫຍາຍກຳລັງແຮງພາຍໃນຕາມແນວທາງທຳມະເພື່ອຊາດ ຍູ້ແຮງການເຄື່ອນໄຫວເພື່ອການກຸສົນສັງຄົມ ເພື່ອນຳສະຫວັດດີການມາສູ່ສັງຄົມ ແລະ ເລ້ຍລາຍເງິນນັບພັນຕື້ດົ່ງ. ທາງສະມາຄົມສືບຕໍ່ສອນສາສະໜາ, ເສີມຂະຫຍາຍຄຸນຄ່າຄຸນສົມບັດ ແລະ ສິ່ງທີ່ຍອດຍິ່ງດ້ານວັດທະນະທຳຂອງຊາດ ຍົກສູງລະດັບຄວາມຮັບຮູ້ແນວຄິດທ່າທີການກະທຳ ແລະ ຜ່ານນັ້ນກໍ່ປັບປຸງຄວາມເຊື່ອໝັ້ນໃນທົ່ວສາສະໜາ”.
ຄູດີເດັ່ນ ຫງວຽນ ຮຸຍຢ໊ຽມ ປີນີ້ອາຍຸ 77 ປີ, ທາງແມ່ນໜຶ່ງໃນບັນດາຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງໃນການນຳສະເໜີ ແລະ ກໍ່ສ້າງໂຮງຮຽນສົງ ຮວ່າຮ໋າວ ຊັ້ນກາງ ເຊິ່ງແມ່ນໂຮງຮຽນສອນສາສະໜາ. ນີ້ແມ່ນໂຮງຮຽນພຽງແຫ່ງດຽວໃນປັດຈຸບັນຂອງສູນກາງສະມາຄົມພຸດທະສາສະໜາ ຮວ່າຮ໋າວ ທີີ່ມີສຳນັກງານຕັ້ງຢູ່ວັດ ອານ
ຮວ່າ ຕາແສງ ຝູເຕິນ ແຂວງ ອານຢາງ. ອ້າຍຄູ ຫງວຽນຮຸຍຢ໊ຽມ ໃຫ້ຮູ້ວ່າ:
“ໂຮງຮຽນສົງ ຮວ່າຮ໋າວ ຊັ້ນກາງ ແມ່ນໂຮງຮຽນຂຶ້ນກັບຄະນະບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຮວ່າຮ໋າວ ໄດ້ຮັບອະນຸຍາດສ້າງຕັ້ງຈາກນາຍົກລັດຖະມົນຕີ. ບັນດາຜູ້ທີ່ບັນລຸໝາກຜົນດີໃນການຮ່ຳຮຽນ, ພວກຂ້າພະເຈົ້າຈະຮັກສາເຮັດວຽກຢູ່ໂຮງຮຽນ. ພວກຂ້າພະເຈົ້າມີຄວາມຫວັງວ່າ ໃນໄລຍະທີ່ຈະມາເຖິງ ໂຮງຮຽນຈະເປີດລະບົບບຳລຸງກໍ່ສ້າງທາງໄກຕື່ມອີກ ເພື່ອດຶງດູດນັກຮຽນນັບມື້ນັບຫຼາຍຂຶ້ນ”.
ພຸດທະສາສະໜາ ຮວ່າຮ໋າວ ໂດຍສາດສະດາ ຮວິ່ງຝຸໂສ໋ ສ້າງຕັ້ງຂຶ້ນ ເມື່ອປີ 1939 ຢູ່ບ້ານ ຮວ່າຮ໋າວ ເມືອງ ເຕິນເຈົາ ແຂວງ ເຈົາດົກ ເມື່ອກ່ອນນີ້ ປັດຈຸບັນແມ່ນຂຶ້ນກັບຕາແສງ ຝູເຕິນ ແຂວງ ອານຢາງ, ພຸດທະສາສະໜາ ຮວ່າຮ໋າວ ໄດ້ຖືຄວາມຈົງຮັກພັກດີ ຄວາມກະຕັນຍູ ແລະ ນ້ຳໃຈຮັກຊາດເປັນແກ່ນສານ ແລະ ມີແຜນນະໂຍບາຍບວດຈຳສິນຢູ່ໃນຄອບຄົວ. ອ້າຍຄູ ຫງວຽນຮຸຍຢ໊ຽມ ຍາມໃດກໍ່ສຸມຈິດສຸມໃຈເພື່ອການເຄື່ອນໄຫວຂອງສາສະໜາ. ອ້າຍ ບຸ່ຍແທັງເລິມ ຮອງຫົວໜ້າອຳນວຍການໂຮງຮຽນສົງ ຮວ່າຮ໋າວ ຊັ້ນກາງ. ສອນວິຊາພາສາອັງກິດຂອງໂຮງຮຽນ ໃຫ້ຮູ້ວ່າ:
“ອ້າຍຄູ ຫງວຽນຮຸຍຢ໊ຽມ ຍາມໃດກໍ່ສຸກຈິດສຸດໃຈຕໍ່ການພັດທະນາຂອງພຸດທະສາສະໜາ ຮວ່າຮ໋າວ. ອ້າຍຄູ ແມ່ນຜູ້ມີອິດທິພົນຊື່ສຽງ ໄດ້ຮັບຄວາມເຊື່ອໝັ້ນຈາກບັນດາເພື່ອນຮ່ວມວຽກງານສາສະໜາ. ຍ້ອນຄວາມຕັດສິນໃຈ ແລະ ຄວາມສຸດຈິດສຸດໃຈ ເພື່ອສາສະໜາ, ໂຮງຮຽນສົງ ຮວ່າຮ໋າວ ຊັ້ນກາງໄດ້ຮັບການກໍ່ສ້າງຂຶ້ນ ແລະ ສາມາດຈັດຕັ້ງຊຸດຮຽນທຳອິດ ເຊິ່ງໄດ້ເປີດເມື່ອວັນທີ 21 ຕຸລາ ປີ 2025”.
ໃນຖານະເປັນຫົວໜ້າຄະນະອຳນວຍການໂຮງຮຽນສົງ ຮວ່າຮ໋າວ ຊັ້ນກາງ, ອ້າຍຄູ ຫງວຽນຮຸຍຢ໊ຽມ ໄດ້ມີຄຸນງາມຄວາມດີໃນການສ້າງຕັ້ງໂຮງຮຽນ, ບຳລຸງກໍ່ສ້າງຖັນແຖວຜູ້ສອນສາສະໜາ ແລະ ພະນັງກງານຫຼັກແຫຼ່ງໃຫ້ແກ່ສະມາຄົມພຸດທະສາສະໜາ ຮວ່າຮ໋າວ. ສຳລັບສາສະໜາ ຮວ່າຮ໋າວ, ຄູດີເດັ່ນ ຫງວຽນຮຸຍຢ໊ຽມ ແມ່ນຜູ້ສຸດຈິດສຸດໃຈຮັບໃຊ້ພຸດທະສາສະໜາ ຮວ່າຮ໋າວ.
