ສະມາຊິກຄະນະເຈລະຈາຂອງ ຈີນ
(ພາບ: Reuters)

ອາເມລິກາ ແລະ ຈີນ ໄດ້ເລີ່ມດຳເນີນກອງປະຊຸມຂັ້ນສູງກ່ຽວກັບບັນດາບັນຫາເສດຖະກິດ ແລະ ການຄ້າໃນວັນທີ 10 ພຶດສະພາ, ຢູ່ ເຊີແນວ, ປະເທດ ສະວິດ. ທ່ານລັດຖະມົນຕີກະຊວງການເງິນ Scott Bessent, ໄດ້ນຳໜ້າຄະນະຜູ້ແທນ ອາເມລິກາ, ໃນຂະນະທີ່ຕາງໜ້າໃຫ້ຝ່າຍ ຈີນ ແມ່ນທ່ານ ຮາລີເຟິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຜູ້ຮັບຜິດຊອບບັນດາບັນຫາເສດຖະກິດ ແລະ ການຄ້າ ອາເມລິກາ - ຈີນ. ນີ້ແມ່ນການພົບປະໂດຍກົງຄັ້ງທຳອິດລະຫວ່າງ 2 ຄະນະຜູ້ແທນຂອງ 2 ປະເທດ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຈັດວາງພາສີອາກອນຕໍ່ຫຼາຍສິນຄ້າຂອງ ຈີນ ແລະ ຫຼາຍປະເທດອື່ນ.

ໃນຖະແຫຼງການທີ່ໄດ້ຍົກອອກມາກ່ອນດຳເນີນການເຈລະຈາ, ທ່ານປະທານາບໍດີ Donald Trump ໄດ້ສະແດງແນວຄິດວ່າ ອາເມລິກາ ອາດຈະຫຼຸດຜ່ອນພາສີໃຫ້ແກ່ ຈີນ ລົງລະດັບ 80%, ລະດັບທີ່ທ່ານຖືວ່າແມ່ນເໝາະສົມ. ເພື່ອຕອບຄືນ, ກະຊວງການຄ້າ ຈີນ ໄດ້ກະຕຸກຊຸກຍູ້ ອາເມລິກາ ສະແດງຄວາມຈິງໃຈໃນການເຈລະຈາ ແລະ ຍົກເລີກບັນດາຮົ້ວກີດຂວາງດ້ານພາສີພຽງລຳພັງຝ່າຍດຽວຂອງຕົນ.