ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araqchi
(ພາບ: ISNA)

ຕອນບ່າຍວັນທີ 11 ພຶດສະພາ, ຮອບເຈລະຈາຄັ້ງທີ 4 ລະຫວ່າງ ອາເມລິກາ ແລະ ອີຣານ ທີ່ດຳເນີນຢູ່ນະຄອນຫຼວງ Muscat ຂອງ Oman, ໄດ້ສິ້ນສຸດລົງພາຍຫຼັງເວລາກວ່າ 3 ຊົ່ວໂມງ. ເຖິງຢ່າງໃດກໍ່ຕາມ, 2 ຝ່າຍໄດ້ສະແດງໃຫ້ເຫັນເຈດຕະນາດີຕໍ່ການເຈລະຈາ, ແຕ່ບັນດາຄວາມບໍໍ່ລົງລອຍກັນທີ່ເລິກເຊິ່ງຍັງຄົງຕົວຢູ່. ອີຣານ ຢືນຢັນຄວາມຕັດສິນໃຈສິດເສີມທາດອູຣານີແມ່ນບໍ່ອາດປະໜິປະນອມໄດ້, ໃນຂະນະທີ່ ອາເມລິກາ ຮຽກຮ້ອງໃຫ້ ອີຣານ ຢຸດຕິການເຄື່ອນໄຫວເສີມທາດອູຣານີຢ່າງສິ້ນເຊິງ ແລະ ມ້າງຮື້ບັນດາຮາກຖານນິວເຄຼຍຫຼັກແຫຼ່ງຄື Natanz ແລະ Fordow. ອີຣານ ພ້ອມແລ້ວຈະກຳກັດແງ່ມູມໃດໜຶ່ງໃນໂຄງການນິວເຄຼຍຂອງຕົນ ຖ້າຫາກວ່າ ອາເມລິກາ ຍົກເລີກບັນດາຄຳສັ່ງລົງໂທດ, ແຕ່ຢືນຢັນສິດເສີມທາດອູຣານີ ແລະ ຮັກສາສາງເກັບຮັກສາອູຣານີທີ່ໄດ້ເສີມແລ້ວ. ອີຣານ ກໍ່ປະຕິເສດດຳເນີນການເຈລະຈາກ່ຽວກັບໂຄງການລູກສອນໄຟນຳວິຖີ ແລະ ຮຽກຮ້ອງການຮັບປະກັນຢ່າງແນ່ວແນ່ວ່າ ອາເມລິກາ ຈະບໍ່ຖອນອອກຈາກບໍ່ວ່າຂໍ້ຕົກລົງໃດໃນອະນາຄົດ.

ສິ້ນສຸດຮອບເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຕີລາຄາວ່າ ນີ້ແມ່ນການປຶກສາຫາລືທີ່ຫຍຸ້ງຍາກແຕ່ມີຜົນປະໂຫຍດ. ໃນຂະນະນັ້ນ, ເຈົ້າໜ້າທີ່ ອາເມລິກາ ທ່ານໜຶ່ງໃຫ້ຂໍ້ສັງເກດວ່າ ການຜັນແປທີ່ການເຈລະຈາຢູ່ Oman ແມ່ນຕັ້ງໜ້າ ແລະ 2 ຝ່າຍເຫັນດີຈະສືບຕໍ່ດຳເນີນການເຈລະຈາຄັ້ງຕໍ່ໄປ.