ການຕິດຕັ້ງເຄື່ອງເອົາພະລັງງານຈາກແສງຕາເວັນຢູ່ເທິງຫລັງຄາຂອງສະຖານີລົດໄຟຄືດັ່ງສ່ວນຫນຶ່ງຂອງໂຄງການເສັ້ນທາງລົດໄຟສີຂຽວຢູ່ ອິນເດຍ. (ພາບ:ANI/TTXVN) |
ຕາມການຄົ້ນຄ້ວາ Climate Action Tracker ຂອງຫນັງສືພິມ Guardian, ໃນ 9 ປີຜ່ານມາ, ບັນດາປະເທດຂຶ້ນກັບ G20 ໄດ້ພ້ອມກັນວາງອອກນະໂຍບາຍອາດສາມາດຫລຸດຜ່ອນອາຍພິດ CO2 ລົງເຫລືອ 6,9 gigaton ໃນປີ 2030. ບັນດານະໂຍບາຍນີ້ລວມມີ ເລື່ອງລົງທຶນເຂົ້າພະລັງງານທົດແທນ ແລະ ລົບລ້າງໂຮງງານໄຟຟ້າກໍ່ມົນລະພິດສູງເທື່ອລະກ້າວ. ນີ້ແມ່ນສິ່ງທີ່ດີສົມຄວນເມື່ອທຽບໃສ່ການຄາດຄະເນໃນປີ 2015 ເປັນການສະແດງໃຫ້ເຫັນວ່າ ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP) ໄດ້ມີບາງການກະທົບໃນການຫລຸດຜ່ອນໄພນາບຂູ່ຕໍ່ດິນຟ້າອາກາດຊື່ງໂລກພວມປະເຊີນຫນ້າ.
ເຖິງຢ່າງໃດກໍຕາມ, ບັນດາຜູ້ຊ່ຽວຊານມີຄຳເຕືອນວ່າ ສິ່ງດັ່ງກ່າວຍັງບໍ່ທັນພຽງພໍເພື່ອຫລິກລ້ຽງບັນດາການກະທົບຢ່າງຮ້າຍແຮງຈາກດິນຟ້າອາກາດ, ເມື່ອປະລິມານການປ່ອຍອາພິດທົ່ວໂລກຍັງໄດ້ຮັບການຄາດຄະເນວ່າຈະເພີ່ມຂຶ້ນ 2,7°C ໃນທ້າຍສະຕະວັດ, ລື່ນກາຍຄາດໝາຍຂອງຂໍ້ຕົກລົງ ປາຣີ ແມ່ນຈຳກັດຄວາມອຸ່ນຂຶ້ນຢູ່ລະດັບ 1,5°C ຫລື 2°C.

