ປະຊາຊົນໄປອົບພະຍົບຫຼົບໄພ ຢູ່ Daraa, ຊີຣີ ໃນວັນທີ 25/3/2025 (ພາບ: TTXVN)

ວັນທີ 12 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ ພວມຄິດໄລ່ຊັ່ງຊາອາດຈະຍົກເລີກບັນດາມາດຕະການລົງໂທດ ຊີຣີ ໃນສະພາບການປະເທດຕາເວັນອອກກາງຖືກສົງຄາມທຳລາຍ ແລະ ພວມມານະພະຍາຍາມສ້າງສາຄືນໃຫມ່ ພາຍຫລັງກວ່າ 1 ທົດສະວັດທີ່ສົງຄາມພາຍໃນຢ່າງດຸເດືອດຮ້າຍແຮງ. ກ່າວຄຳເຫັນທີ່ທຳນຽບຂາວ ກ່ອນເດີນທາງໄປປະຕິບັດງານຢູ່ ຕາເວັນອອກກາງ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ອາເມລິກາ ອາດຈະຍົກເລີກການລົງໂທດ ຊີຣີ ຍ້ອນອາເມລິກາ ຢາກສ້າງເງ່ືອນໄຂໃຫ້ປະເທດນີ້ມີບາດກ້າວເລີ່ມຕົ້ນໃຫມ່.

ໃນວັນດຽວກັນ, ກະຊວງການຕ່າງປະເທດ ຊີຣີ ໄດ້ອອກຖະແຫລງ ຊົມເຊີຍບັນດາຂ່າວຄາວທີ່ຕັ້ງຫນ້າຈາກ ປະທານາທິບໍດີ ອາເມລິກາ. ຄຳຖະແຫລງຊີ້ແຈ້ງວ່າ Damascus “ຊົມເຊີຍບັນດາຄຳເຫັນຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວຂ້ອງເຖິງຄວາມອາດສາມາດຍົກເລີກບັນດາມາດຕະການລົງໂທດຊີຣີ ແລະ ຖືນີ້ ແມ່ນການກະທຳທີ່ເຕັມໄປດ້ວຍຄວາມສົ່ງເສີມເພື່ອມຸ່ງໄປເຖິງເປົ້າໝາຍຢຸດຕິຄວາມຫຍຸ້ງຍາກລຳບາກຂອງປະຊາຊົນ ຊີຣີ.