ວັນທີ 25 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ໃຫ້ຮູ້ວ່າ, ຍີ່ປຸ່ນ ພວມຍູ້ໄວບັນດາການເຈລະນາດ້ານພາສີອາກອນກັບ ອາເມລິກາ ເພື່ອບັນລຸໄດ້ໝາກຜົນທີ່ກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ໃນເດືອນ ມິຖຸນາ ຈະມາເຖິງ.

ກ່າວຄຳເຫັນຕໍ່ນັກຂ່າວ, ທ່ານນາຍົກລັດຖະມົນຕີ Shigeru Ishiba ໄດ້ແຈ້ງໃຫ້ຊາບວ່າ ມີບັນດາບາດກ້າວຄືບໜ້າໃນຮອບເຈລະຈາຄັ້ງທີ 3 ລະຫວ່າງ 2 ຝ່າຍ, ໂດຍສະເພາະແມ່ນດ້ານການຄ້າ. ທ່ານກໍ່ໃຫ້ຮູ້ວ່າ, 2 ຝ່າຍຈະດຳເນີນບັນດາການເຈລະຈາຄັ້ງຕໍ່ໄປ ແຕ່ບໍ່ເຜີຍໃຫ້ຮູ້ຈຸດເວລາລະອຽດ. ນອກນັ້ນ, ການນຳ ຍີ່ປຸ່ນ ກໍ່ເຕື້ອງເຖິງຄວາມອາດສາມາດຮ່ວມມືໃນຂະແໜງຕໍ່ກຳປັ່ນ ແລະ ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍ ອາເມລິກາ ຟື້ນຟູຂະແໜງນີ້.