ການພົບປະໄດ້ດຳເນີນໄປຢູ່ ໂຕກຽວ ລະຫວ່າງທ່ານ Daniel Kritenbrink) ຜູ້ຊ່ວຍວຽກລັດຖະມົນຕີ ອາເມລິກາ ຮັບຜິດຊອບບັນດາບັນຫາອາຊີຕາເວັນອອກ ແລະ ປາຊີຟິກ, ທ່ານ Namazu Hiroyuki ຫົວຫນ້າກົມອາຊີ - ມະຫາສະໝຸດອັດລັງຕິກ ຂຶ້້ນກັບກະຊວງ ການຕ່າງປະເທດ ຍີ່ປຸ່ນ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ສ. ເກົາຫລີ Cho Koo-rae.
ບັນດາຝ່າຍແບ່ງປັນທັດສະນະວ່າ ການຜັນແປປິ່ນອ້ອມໂຄງການອາວຸດ ແລະ ລູກສອນໄຟນຳວິຖີຂອງ ສປປ ເກົາຫລີ ພວມກໍ່ຄວາມຂາດສະຖຽນລະພາບ ແລະ ແມ່ນໄພນາບຂູ່ຕໍ່ຄວາມໝັ້ນຄົງຂອງພາກພື້ນ. ບັນດາຝ່າຍກໍ່ປຶກສາຫາລືຂໍ້ລິເລີ່ມ ເພື່ອເພີ່ມທະວີການຮ່ວມມືສາມຝ່າຍໃນການສະກັດກັ້ນການເຄື່ອນໄຫວທາງເຄືອຂ່າຍອິນເຕີເນັດຂອງ ສປປ ເກົາຫລີ. ຜູ້ຕາງຫນ້າ ອາເມລິກາດ ສເກົາຫລີ ແລະ ຍີ່ປຸ່ນ ເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາການຮ່ວມມືສາມຝ່າຍຢ່າງແຫນ້ນແຟ້ນໃນການຮັບມືກັບໄພນາບຂູ່ ພ້ອມທັງຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ແຫລມເກົາຫລີ ແລະ ເຊື່ອມຕໍ່ການໂອ້ລົມເຈລະຈາ ແລະ ການທູດກັບ ສປປ ເກົາຫລີ.
ຟ້າມຮວນ ນັກຂ່າວ VOV ປະຈຳ ອາເມລິກາ
