ທ່ານ Antony Blinkenລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: Reuters)

ບ້ວງຊ່ວຍເຫລືອນີ້ ລວມມີ: ລູກສອນໄຟປ້ອງກັນອາກາດ, ເຮືອບິນບໍ່ມີຄົນຂັບ, ລູກປືນ, ໝາກມິ່ນກໍ່ຄວາມບາດເຈັບໃຫ້ແກ່ທະຫານບົກ ແລະ ອາວຸດຕ້ານລົດຖັງ. ຈຳນວນອາວຸດ ນີ້້ແມ່ນເອົາຈາກສາງອາວຸດຂອງກະຊວງປ້ອງກັນປະເທດ ອາເມລິກາ. ນີ້ແມ່ນຄັ້ງທຳອິດ ທີ່ອາເມລິກາ ມອບສົ່ງໝາກມິ່ນຕ້ານທະຫານບົກໃຫ້ແກ່ ຢູແກຼນ, ຕ່າປິ້ນນະໂຍບາຍຫ້າມມອບສົ່ງ ແລະ ນຳໃຊ້ໝາກມິ່ນຕ້ານທະຫານບົກຂອງ ອາເມລິກາ ຢູ່ນອກແຫລມເກົາຫລີ. ຝ່າຍ ຢູແກູນ ໄດ້ໃຫ້ຄຳໝັນສັນຍາບໍ່ນຳໃຊ້ໝາກມິ່ນ ຢູ່ ບັນດາເຂດມີສາມັນຊົນດຳລົງຊີວິດ.

ໃນສະພາບການທ່ານ Donald Trump ຜູ້ທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ຄົນໃຫມ່ ຈະຮັບດຳລົງຕຳແຫນ່ງໃນວັນທີ 20 ມັງກອນຈະມາເຖິງ, ອຳນາດການປົກຄອງ ປະທານາທິບໍດີ Joe Biden ພວມມີການກະທຳຢ່າງຮີບດ່ວນເພື່ອປ່ອຍຈຳນວນເງິນຊ່ວຍເຫລືອທັງໝົດ ຊື່ງສະພາແຫ່ງຊາດໄດ້ເຊັນອະນຸມັດຜ່ານ ໃຫ້ແກ່ຢູແກຼນ. ແລະ ຈະຕ້ອງມອບສົ່ງຈຳນວນອາວຸດ ລວມມູນຄ່າ 7,1 ຕື້ USD ຈາກສາງສະສົມຂອງ ທຳນຽບ 5 ແຈ ໃຫ້ ຢູແກຼນ ກ່ອນທີ່ທ່ານ Trump ຈະເຂົ້າພິທີສາບານຕົວຮັບດຳລົງຕຳແຫນ່ງ.

ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ