ພາບປະກອບ: AFP/TTXVN |
ວັນທີ 7 ທັນວາ, ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ: ຈະສະຫນອງບ້ວງຊ່ວຍເຫລືອໃຫມ່ ລວມມີ ອາວຸດ ແລະ ອຸປະກອນ ລວມມູນຄ່າ 988 ລ້ານ USD ໃຫ້ແກ້ ຢູແກຼນ ໃນສະພາບການ ວໍຊິງຕັນ ພວມຕ້ອງຊ່ວງເສັງເພື່ອຫນູນຊ່ວຍ ກີແອບ ກ່ອນທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ດຳເນີນພິທີຮັບດຳລົງຕຳແຫນ່ງ.
ແລະກໍ່ໃນວັນດຽວກັນ, ຢູ່ ປາຣີ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ມີການພົບປະ 3 ຝ່າຍກັບຄູ່ຕຳແຫນ່ງ ຢູແກຼນ ທ່ານ Volodymyr Zelensky ແລະ ທ່ານ Donald Trump ຜູ້ຫາກໍ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ກ່ຽວກັບການປະທະກັນ ປະຈຸບັນ ຢູ່ປະເທດ ເອີລົບຕາເວັນອອກ.
ກ່າວຄຳເຫັນທາງສື່ສັງຄົມ, ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ: ໄດ້ມີການພົບປະເປັນຢ່າງດີ ແລະ ມີປະສິດທິຜົນກັບ ຄູ່ຕຳແຫນ່ງ ຝລັ່ງ ແລະ ປະທານາທິບໍດີ ອາເມລິກາ. ຕາມທ່ານແລ້ວ, ທ່ານ Macron ແລະ ທ່ານ Trump ລ້ວນແຕ່ປາດຖະຫນາຢາກການປະທະກັນປະຈຸບັນ ລະຫວ່າງ ຢູແກຼນ ແລະ ລັດເຊຍ ສິ້ນສຸດ “ຍິ່ງໄວກໍ່ຍິ່ງດີ” ແລະ “ຕາມວິທີການຍຸຕິທຳ”. ສາມຝ່າຍເຫັນດີ “ຮ່ວມມືກັນ ແລະ ຮັກສາການພົວພັນຕິດຕໍ່”

