ກອງທັບອາກາດ ອາເມລິກາ ສືບຕໍ່ເປີດການບຸກໂຈມຕີທຳລາຍບັນດາເປົ້າໝາຍຂອງຂະບວນການ Houthi(ພາບ: THX/TTXVN)
|
ຕອນຄ່ຳວັນທີ 04 ພຶດສະພາ, ກອງທັບອາກາດ ອາເມລິກາ ສືບຕໍ່ເປີດການບຸກໂຈມຕີຫຼາຍຄັ້ງແນໃສ່ ເຢແມັນ, ຕີທຳລາຍບັນດາເປົ້າໝາຍຂອງຂະບວນການ Houthi. ຕາມບັນດາແຫຼ່ງຂ່າວ ອາຣັບ ແລ້ວ, ບັນດາການບຸກໂຈມຕີຄັ້ງຫຼ້າສຸດໃນຕອນຄ່ຳວັນທີ 04 ພຶດສະພາຂອງກອງທັບອາກາດ ອາເມລິກາ ແມ່ນແນໃສ່ເປົ້າໝາຍທ່າກຳປັ່ນຂົນສົ່ງເຊື້ອເພີງ Ras Isa ແລະ ເກາະ Karaman ຂຶ້ນກັບແຂວງ Hodeidah. ບັນດາເຂດນະຄອນຫຼວງ Sanaa ກໍ່ພວມຢູ່ໃນການຄວບຄຸມຂອງ Houthi, ເຮືອບິນ ອາເມລິກາ ກໍ່ດຳເນີນການບຸກໂຈມຕີຢ່າງໜ້ອຍສຸດ 3 ຄັ້ງແນໃສ່ບັນດາສາງອາວຸດຂອງ Houthi ຢູ່ແຫ່ງໜຶ່ງຂຶ້ນກັບ ທາງທິດໃຕ້ Sanaa. ບົດລາຍງານໃນເບື້ອງຕົ້ນໃຫ້ຮູ້ວ່າ, ບັນດາການບຸກໂຈມຕີທາງອາກາດເຮັດໃຫ້ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ ນັບສີບຄົນຮັບບາດເຈັບ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 04 ພຶດສະພາ, ກອງທັບ ອິດສະຣາແອັນ ຢັ້ງຢືນວ່າ ກຳລັງ Houthi ໄດ້ຍິງລູກສອນໄຟນຳວິຖີເຂົ້າໃສ່ເຂດສະໜາມບິນສາກົນ Ben Gurion ຢູ່ທາງພາກກາງປະເທດນີ້ໃນຕອນເຊົ້າວັນດຽວກັນ.

