ພິທີໄຂ Festival ດອກໄມ້ດາລາດຄັ້ງທີ 10 ປີ 2024

Festival ດອກໄມ້ດາລາດຄັ້ງທີ 10 ປີ 2024 ດ້ວຍຫົວຂໍ້ “ດ່າລາດ - ວົງ ດົນຕີປະສານສຽງແຫ່ງສີສັນ” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 5 ທັນວາ ຢູ່ສະໜາມຫຼວງ ເລິມວຽນ. ນີ້ແມ່ນວັນບຸນເອກະລັກສະເພາະຂອງນະຄອນ ດ່າລາດ, ນະຄອນທີ່ມີຫົວຄິດປະດິດສ້າງ ໃນຂົງເຂດດົນຕີຂອງ UNESCO ແລະ ແມ່ນນະຄອນຂຶ້ນກັບ ກຸ່ມ 5 ນະຄອນ Festival ທີ່ໜ້າປະທັບໃຈຂອງ ອາຊີ. ກ່າວຄຳເຫັນໄຂ Festival, ທ່ານ ເຈິ່ນຮົ່ງທາຍ, ປະທານຄະນະກຳມະການປະຊາຊົນແຂວງເລິມດົງ ຊີ້ແຈ້ງວ່າ:

ຜ່ານດອກໄມ້ ແລະ ດົນຕີ ເພື່ອເວົ້າເຖິງ ຄວາມໃນໃຈຂອງຊາວເລິມດົງ ໄດ້ຜ່ານຜາບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມີຄວາມເມົາມົວອຸທິດສ່ວນ, ເພື່ອໃຫ້ດອກໄມ້ດ່າລາດບໍ່ພຽງແຕ່ນຳມາເຊິ່ງມູນຄ່າທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງແມ່ນສັນຍາລັກກຳລັງແຮງຂອງ 47 ຊົນເຜົ່າອ້າຍນ້ອງ ທີ່ມີຄວາມໝັ້ນແກ່ນໃນອະດີດຕະການ, ມີຄຸນວຸດທິໃນປັດຈຸບັນ ແລະ ມີຄວາມມຸ່ງຫວັງບືນຕົວຂຶ້ນພ້ອມກັບສັງກາດໃໝ່ “ສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ”.

ເຂົ້າຮ່ວມເຫດການ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ໄດ້ຕີລາຄາສູງ ບັນດາຜົນສຳເລັດໂດຍນະຄອນດ່າລາດ ບັນລຸໄດ້ ໃນຊຸມປີຜ່ານມາ, ພ້ອມທັງ, ໃສ່ໃຈວ່າໃນໄລຍະຈະມາເຖິງ, ທາງແຂວງຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ເຖິງເຕັກໂນໂລຢີໃນການຜະລິດ, ການຄັດເລືອກ, ປູກ ແລະ ນຳເຂົ້າແນວພັນດອກໄມ້ທີ່ດີ, ມີມູນຄ່າສູງ, ເໝາະສົມກັບຄວາມຕ້ອງການຂອງຕະຫຼາດເພື່ອຍົກສູງກຳລັງແກ້ງແຍ້ງ ແລະ ພັດທະນາຂະແໜງດອກໄມ້ແບບຍືນຍົງ.