ວັນທີ 30 ພຶດສະພາ, ເວທີປາໄສໂອ້ລົມສົນທະນາ Shangri-La 2025 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ສິງກະໂປ. ເຂົ້າຮ່ວມການໂອ້ລົມສົນທະນາ Shangri-La 2025 ມີການເຂົ້າຮ່ວມຂອງຜູ້ແທນເກືອບ 600 ທ່ານ, ໃນນັ້ນມີລັດຖະມົນຕີ, ຜູ້ບັນຊາການປ້ອງກັນຊາດເກືອບ 40 ທ່ານ ທີ່ມາຈາກ 47 ປະເທດໃນໂລກ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ກໍ່ຈະມີບົດກ່າວປາໄສສຳຄັນ, ເຕື້ອງເຖິງນະໂຍບາຍການທູດປ້ອງກັນຊາດຂອງ ຫວຽດນາມ, ຊຸກຍູ້ການຮ່ວມມືເພື່ອພາກພື້ນສັນຕິພາບ, ສະຖຽນລະພາບ, ພັດທະນາ.
ດ້ວຍການໂອ້ລົມສົນທະນາຄົບຄະນະ 7 ຄັ້ງ ແລະ ວາລະໂອ້ລົມສົນທະນາພິເສດ 3 ຄັ້ງ, ການໂອ້ລົມສົນທະນາ Shangri-La ຄັ້ງນີ້ຈະໄດ້ປຶກສາຫາລືບັນດາບັນຫາຄວາມໝັ້ນຄົງທີ່ພວມຮ້ອນເຮັງໃນປະຈຸບັນ, ຄື: ການແກ່ງແຍ້ງຍຸດທະສາດ ອາເມລິກາ - ຈີນ, ການປະທະກັນ ລັດເຊຍ - ຢູແກຼນ, ສະພາບການຢູ່ທະເລຕາເວັນອອກ, ຄວາມສ່ຽງເຜີຍແຜ່ອາວຸດນິວເຄຼຍ, ວິກິດການຢູ່ ມຽນມາ…
