ຕອນເຊົ້າວັນທີ 09 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມປະຈຳລັດຖະບານ ແລະ ປະຈຳຄະນະພັກລັດຖະບານ.
ກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບສະພາບການປະຕິບັດການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ບັນດາໂຄງການທີ່ຍັງຄົງຄ້າງ. ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງໃຫ້ຫ້ອງວ່າການລັດຖະບານ ແລະ ກະຊວງການເງິນ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ພາຍໃຕ້ການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັງ, ສ້າງຮ່າງບົດລາຍງານຂອງລັດຖະບານໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ຂັ້ນມີສິດອຳນາດກ່ຽວກັບສະພາບການ, ໝາກຜົນການແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດຍ້ອນບັນດາໂຄງການທີ່ຍັງຄົງຄ້າງໃນໄລຍະຜ່ານມາ.
ເມື່ອຊີ້ນຳການສ້າງລະບຽບຂໍ້ຕົກລົງການເຮັດວຽກຂອງລັດຖະບານ ແລະ ບູລະນະອົງການປະຈຳການຂອງຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ແຜນຮ່າງເລກທີ 06 ໃຫ້ສົມບູນແບບ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງສ້າງເອກະສານໃຫ້ສຳເລັດ ເພື່ອຍື່ນສະເໜີການນຳລັດຖະບານພິຈາລະນາໃນອາທິດຈະມາເຖິງ.
