ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວຢູ່ ບຣຸກແຊັນ (ແບນຊິກ), ວັນທີ 09 ເມສາ, ໂຄສົກຂອງຄະນະກຳມະການເອີຣົບ (EC), ທ່ານ Anouar El Anouni ໄດ້ຍົກອອກຂໍ້ອ້າງດ້ານກົດໝາຍສາກົນກ່ຽວກັບສິດເສລີໃນການເດີນເຮືອ ເພື່ອແນໃສ່ຄັດຄ້ານແນວຄວາມຄິດຂອງ ອີຣານ ທີ່ຈະ ເກັບຄ່າທຳນຽມເມື່ອຜ່ານຊ່ອງແຄບທະເລ Hormuz. ຕາມນັ້ນແລ້ວ, “ກົດໝາຍສາກົນກຳນົດສິດເສລີໃນການເດີນເຮືອ, ໝາຍຄວາມວ່າໂດຍ ພື້ນຖານ ຈະບໍ່ເກັບບໍ່ວ່າຄ່າທຳນຽມໃດໆທັງນັ້ນ”. ທ່ານ Anouar El Anouni ກໍຊີ້ແຈ້ງສິດເສລີໃນການເດີນເຮືອແມ່ນ “ຜົນປະໂຫຍດທາງສາທາລະນະທີ່ຕ້ອງໄດ້ຮັບການຮັບປະກັນ”.
ເລື່ອງເປີດປະຕູເສັ້ນທາງທະເລສຳຄັນຜ່ານຊ່ອງແຄບທະເລ Hormuz ແມ່ນສາເຫດຕົ້ນຕໍກໍ່ໃຫ້ເກີດການໂຕ້ຖຽງກັນກ່ອນເວລາດຳເນີນບັນດາຮອບເຈລະຈາລະຫວ່າງ ອາເມລິກາ ແລະ ອີຣານ ທີ່ຄາດວ່າ ຈະເລີ່ມຕົ້ນໃນວັນທີ 10 ເມສາ ຢູ່ ປາກິດສະຖານ.
ຜ່ານຂໍ້ມູນຕິດຕາມກວດກາການເດີນເຮືອນ ກໍຊີ້ໃຫ້ເຫັນວ່າ ຊ່ອງແຄບທະເລ Hormuz ຍັງບໍ່ທັນໄດ້ເປີດປະຕູຄືນຢ່າງແທ້ຈິງ ພາຍຫຼັງທີ່ຂໍ້ຕົກລົງຢຸດຍິງລະຫວ່າງ ອາເມລິກາ ແລະ ອີຣານ ມີຜົນສັກສິດ. ປັດຈຸບັນ ມີກ່ຳປັ່ນປະມານກວ່າ 800 ລຳຖືກຕິດຄ້າງຢູ່ຊ່ອງແຄບທະເລ Hormuz.
