ຕອນ​ເຊົ້າ​ວັນ​ທີ 09 ເມ​ສາ, ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ, ປະ​ເທດ ລາວ, ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ສົມ​ກຽດ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​​ທິ​ການສູນ​ກາງ​ພັກ ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ ທ່ານ ວິ​ໄລ ຫຼ້າ​ຄຳ​ຟອງ, ຜູ້​ປະ​ຈຳ​ການຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ.

ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, 2 ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ຮອບ​ດ້ານ​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ລາວ ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ໃນ​ທຸ​ກ​ຂົງ​ເຂດ​ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ພິ​ເສດ​ແມ່ນ​ພາຍ​ຫຼັງ​ບັນ​ດາ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ຂອງ​ການ​ນຳ​ຫຼັກ​ແຫຼ່ງ 2 ປະ​ເທດ ແລະ ການ​ພົບ​ປະ​ລະ​ຫວ່າງ 2 ພັກ ຫວຽດ​ນາມ - ລາວ​, ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ.

2 ຝ່າຍກໍ່​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້​ນ​ແຟ້ນ​ໃນ​ວຽກ​ງານ​ໂຄ​ສະ​ນາ, ສຶກ​ສາ​ມູນ​ເຊື້ອ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ, ພິ​ເສດ​ແມ່ນ​ລຸ້ນ​ໜຸ່ມ; ຖືນີ້​ແມ່ນ​ໜ້າ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ຍາວ​ນານ ເພື່ອ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍສົມ​ອັນ​ບັດ​ລວມ​ລ້ຳ​ຄ່າ​ຂອງ 2 ຊາດ.