ຕາມບົດລາຍງານແລ້ວ, ຫວຽດນາມ ສືບຕໍ່ຮັກສາກຳລັງດູດດື່ມຫຼາຍພໍສົມຄວນ ສຳລັບນັກລົງທຶນຕ່າງປະເທດ. ປີ 2025, ທຶນ FDI ຈົດທະບຽນເຂົ້າ ຫວຽດນາມ ລວມທັງໝົດປະມານ 38,42 ຕື້ USD; ທຶນປະຕິບັດບັນລຸປະມານ 27,62 ຕື້ USD, ເພີ່ມຂຶ້ນ 9% ແລະ ແມ່ນລະດັບເບີກຈ່າຍງົບປະມານສູງສຸດໃນຫຼາຍປີຜ່ານມາ. ໃນສະພາບການໂລກທີ່ຂາດສະຖຽນລະພາບ, ໝາກຜົນນີ້ ສ່ອງແສງໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນສາກົນຕໍ່ສະພາບແວດລ້ອມການລົງທຶນ ແລະ ແງ່ຫວັງການເຕີບໂຕຂອງ ຫວຽດນາມ. ອຸດສາຫະກຳປຸງແຕ່ງ, ປະດິດສ້າງ ຍັງຄົງແມ່ນເສົາຄ້ຳ ດ້ວຍມູນຄ່າກວ່າ 21 ຕື້ USD, ກວມເອົາປະມານ 54,7% ຍອດທຶນ FDI ທັງໝົດທີ່ໄດ້ຈົດທະບຽນ.
ທ້ອງຖິ່ນທີ່ດຶງດູດການລົງທຶນສືບຕໍ່ສຸມໃສ່ບັນດາສົ້ນເຕີບໂຕໃຫຍ່, ເຊັ່ນ: ນະຄອນ ໂຮ່ຈີມິນ, ບັກນິງ, ຮ່າໂນ້ຍ, ດົ່ງນາຍ, ເຕີຍນິງ ແລະ ຫາຍຟ່ອງ, ແຕ່ໄດ້ປະກົດມີຫຼາຍສັນຍານທີ່ຈະຂະຫຍາຍໄປສູ່ບັນດາທ້ອງຖິ່ນໃໝ່ຄື: ຢາລາຍ, ຝູເທາະ, ນິງບິ່ງ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ບັນດາສົ້ນເຕີບໂຕທີ່ເປັນມູນເຊື້ອຍັງສວມບົດບາດ “ນຳໜ້າພາທາງ”.
ກົງກັນຂ້າມ, ການລົງທຶນຂອງ ຫວຽດນາມ ອອກສູ່ຕ່າງປະເທດ ກໍຊີ້ໃຫ້ເຫັນວ່າ ມີການເຄື່ອນເໜັງຢ່າງຕັ້ງໜ້າ. ປີກາຍ, ເງິນລົງທຶນຕ່າງປະເທດທັງໝົດບັນລຸກວ່າ 1,14 ຕື້ USD, ໂດຍກະແຈກກະຈາຍຢູ່ 36 ປະເທດ ແລະ ເຂດແຄວ້ນ.
