ວັນ​ທີ 09 ເມ​ສາ, ບັນ​ດາ​ປະ​ເທດ ອາ​ຊຽນ ພ້ອມ​ກັບ ຍີ່​ປຸ່ນ, ຈີນ ແລະ ສ.ເກົາ​ຫຼີ (ອາ​ຊຽນ + 3) ໄດ້​ແລກ​ປ່ຽນ​ຕີ​ລາ​ຄາ ແລະ ປຶກ​ສາ​ຫາ​ລື​ຫຼາຍ​ມາດ​ຕະ​ການ​ຮັບ​ມື​ກັບ​ເສດ​ຖະ​ກິດ ໃນ​ສະ​ພາບ​ການ​ທີ່ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ເພີ່ມ​ຂຶ້ນ​ຍ້​ອນ​ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ, ເມື່ອ​ຫຼາຍ​ອົງ​ການ​ສາ​ກົນ​ກ່າວ​ເຕືອນ​ຄວາມ​ສ່ຽງ​ເສດ​ຖະ​ກິດ​ທົ່ວ​ໂລກ​ຖືກ​ຊຸດ​ໂຊມ.

ທີ່ກ​ອງ​ປ​ະ​ຊຸມ, ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ແລະ ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ (ADB) ກ່າວ​ເຕືອນ​ວ່າ ເສດ​ຖະ​ກິດ​ທົ່ວ​ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຊຸດ​ໂຊມ​ລົງ​ຫຼາຍ​ພໍ​ສົມ​ຄວນ ຍ້ອນ​ຄວາມ​ເຄ​ັ່ງ​ຕຶງ​ດ້ານ​ພູມ​ມີ​ສາດ​ການ​ເມືອງ​ທີ່​ເພີ່ມ​ຂຶ້ນ​ຢູ່​ຕາ​ເວັນ​ອອກ​ກາງ. ບັນ​ດາ​ອົງ​ການນີ້​ຮຽກ​ຮ້ອງ​​ໃຫ້ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ໜູນ​ຊ່ວຍ​ປີ​ການ​ເງິນ​ຢ່າງ​ທັນ​ການ, ມີ​ເປົ້າ​ໝາຍ, ສົມ​ທົບ​ກັບ​ນະ​ໂຍ​ບາຍ​ເງິນ​ຕາ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຕ້ານ​ທານ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

ຄາດ​ວ່າ, ໝາກ​ຜົນ​ຂອງ​ກອງ​ປະ​ຊຸມ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ຄັ້ງ​ນີ້ ຈະ​ສ້າງ​ສຳ​ເລັດ​ເພື່ອ​ຍື່ນ​ສະ​ເໜ​ີ​ຕໍ່​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ ອາ​ຊຽນ + 3 ໃນ​ເດືອນ ພຶດ​ສະ​ພາ​ ຈະ​ມາ​ເຖິງ.