ໂດຍສືບຕໍ່ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ຕອນບ່າຍວັນທີ 09 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະເໜີບົດລາຍງານກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2025; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2026.
ບົດລາຍງານສະແດງໃຫ້ເຫັນວ່າ ປີ 2025, ສາມາດບັນລຸ ແລະ ລື່ນກາຍ 15/15 ຄາດໝາຍເສດຖະກິດ, ສັງຄົມຕົ້ນຕໍ. ເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິໂດຍພື້ນຖານ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ. ຂອບຂະໜາດພື້ນຖານເສດຖະກິດບັນລຸ 514 ຕື້ USD, ຢືນອັນດັບທີ 32 ໃນໂລກ… ກ່ຽວກັບໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນຊຸມເດືອນທີ່ຍັງເຫຼືອຂອງປີ 2026, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຊີ້ແຈ້ງວ່າ:
“ເປັນເອກະພາບແນວຄິດຈິນຕະນາການ, ຄວາມຮັບຮູ້, ຄວາມຄາດຫວັງ ແລະ ການກະທຳ ເພື່ອປະຕິບັດເປົ້າໝາຍບັນລຸລະດັບເຕີບໂຕເສດຖະກິດ 2 ຕົວເລກ. ຊຸກຍູ້ການການເຕີບໂຕຕິດພັນກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງມີປະສິດທິຜົນ. ກ່ຽວກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ແມ່ນຕ້ອງຮັບປະກັບບັນດາຄວາມດຸ່ງດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຕິດຕາມສະພາບການຢູ່ພາຍໃນປະເທດ, ສາກົນຢ່າງໃກ້ຊິດ, ເປັນເຈົ້າການໃນການຄາດຄະເນ ແລະ ມີປະຕິກິລິຍາດ້ານນະໂຍບາຍຢ່າງມີໄຫວພິບ, ທັນການ. ເດັດດ່ຽວບໍ່ປະໃຫ້ເກີດຄວາມຂາດສະຖຽນລະພາບມະຫາພາກ, ວິກິດການເສດຖະກິດໃນທຸກສະພາບການ”.
ແລະກໍ່ໃນຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບບັນຫາເສດຖະກິດ, ສັງຄົມ, ໃນນັ້ນມີແຜນການພັດທະນາເສດຖະກິດ - ສັງຄົມ5 ປີໄລຍະ 2026 – 2030.
