ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ, ການນຳຄະນະເລຂາອາຊຽນ ພ້ອມກັບທ່ານ Prak Sokhon ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ອາຊຽນ. (ພາບ:ສຳນັກຂ່າວສານຫວຽດນາມ) |
ວັນທີ 17 ກຸມພາ, ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMMR) ໄດ້ດຳເນີນຕາມຮູບການໂດຍກົງ ແລະ ທາງໄກ ຢູ່ ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ເພື່ອແນໃສ່ປຶກສາຫາລືບັນດາບັນຫາຄື: ໂລກລະບາດໂຄວິດ 19, ການຟື້ນຟູເສດຖະກິດຮອບດ້ານ ແລະການພົວພັນກັບບັນດາຄູ່ຮ່ວມມືຄູ່ເຈລະຈາ.
ກອງປະຊຸມໂດຍທ່ານ ລັດຖະມົນຕີການຕ່າງປະເທດ ກຳປູເຈຍ ເປັນປະທານ ແລະ ມີການເຂົ້າຮ່ວມໂດຍກົງຂອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, ມາເລເຊຍ, ຟີລີບປິນ, ສິງກະໂປ ແລະ ລາວ. ບັນດາທ່ານລັດຖະມົນຕີການຕ່າງປະເທດ ບຣູໄນ, ໄທ ແລະ ຫວຽດນາມເຂົ້າຮ່ວມທາງໄກ ໃນຂະນະນັ້ນ ມຽນມາ ບໍ່ບົ່ງຕົວຜູ້ຕາງຫນ້າເຂົ້າຮ່ວມ.
ກອງປະຊຸມ ຈະປະຕິບັດການແລກປ່ຽນທັດສະນະກ່ຽວກັບວິທີການເພີ່ມທະວີການພົວພັນການຕ່າງປະເທດກັບບັນດາຄູ່ຮ່ວມມືຄູ່ເຈລະຈາກວ່າອີກ ພ້ອມທັງ ຮັກສາ ແລະ ຊຸກຍູ້ບົດບາດໃຈກາງ, ສາມັກຄີ ແລະ ເປັນເອກະພາບຂອງ ອາຊຽນ. ບັນດາທ່ານລັດຖະມົນຕີ ກໍ່ຈະປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ມາດຕະການເພື່ອພ້ອມກັນຫນູນຊ່ວຍສ້າງປະຊາຄົມ ອາຊຽນ ແບບຍືນຍົງ, ຂະຫຍັນຂັນເຄື່ອນ, ສັນຕິພາບ ແລະ ວັດທະນາຖາວອນກວ່າ. ຄຽງຂ້າງນັ້ນ ບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ກໍ່ຈະໄດ້ຍົກອອກມາປຶກສາຫາລື.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
