ລາຍການ “ທ່ອງທ່ຽວ ຮ່າໂນ້ຍ” 2025(ພາບ: TTXVN)
|
ຕອນຄ່ຳວັນທີ 04 ມີນາ, ພະແນກທ່ອງທ່ຽວ ຮ່າໂນ້ຍ ແລະ ຄະນະກຳມະການປະຊາຊົນເມືອງ ຮາຍບ່າຈຶງ ໄດ້ຈັດລາຍການ “ທ່ອງທ່ຽວ ຮ່າໂນ້ຍ” ແລະ ພິທີປະກາດຂໍ້ຕົກລົງຂອງຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຮັບຮອງເອົາກຸ່ມເຂດປູຊະນີຍະສະຖານລະດັບຊາດພິເສດ ວິຫານ, ວັດ, ສາລາ ຮາຍບ່າຈຶງ ແມ່ນສະຖານທີ່ທ່ອງທ່ຽວ.
ລາຍການແມ່ນການເຄື່ອນໄຫວເລີ່ມຕົ້ນໃນຈຳນວນຫຼາຍກວ່າ 60 ເຫດການ, ງານບຸນ, ລາຍການໂຄສະນາ, ສົ່ງເສີມການທ່ອງທ່ຽວໃນບໍລິເວນນະຄອນ ຮ່າໂນ້ຍ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວນະຄອນຫຼວງ ສືບຕໍ່ວຽກງານຖະແຫຼງຂ່າວ, ໂຄສະນາພາບພົດຈຸດນັດພົບ ຮ່າໂນ້ຍ “ປອດໄພ - ເປັນມິດ - ມີຄຸນນະພາບ - ດຶງດູດໃຈ” ເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ ຮ່າໂນ້ຍ ນັບມື້ນັບຫຼາຍຂຶ້ນ. ກ່າວຄຳເຫັນທີ່ເຫດການ, ທ່ານ ເຈິ່ນຈູງຮຽວ, ຮອງຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ນະຄອນ ຮ່າໂນ້ຍ ສືບຕໍ່ຍົກສູງບັນດາຜະລິດຕະພັນທ່ອງທ່ຽວມີຄຸນນະພາບ, ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຢາມ, ພັກເຊົາຢູ່ ຮ່າໂນ້ຍ ໃນເວລາຍາວກວ່າ ແລະ ມີເນື້ອໃນຫຼາຍກວ່າເມື່ອຊອກຫາຕົວຈິງຢູ່ບັນດາສະຖານທີ່ທ່ອງທ່ຽວ, ບັນດາການເຂົ້າຮ່ວມການລະຫຼີ້ິ້ນ, ບັນເທິງ, ການເຄື່ອນໄຫວງານບຸນ ຫຼື ຊື້ເຄື່ອງຂອງ”.

