ຕອນບ່າຍວັນທີ 7 ເມສາ, ດ້ວຍ 495/495 ສະມາຊິກສະພາແຫ່ງຊາດ, ສະພາແຫ່ງຊາດໄດ້ເລືອກຕັ້ງທ່ານ ເລມິງຮຶງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ດຳລົງຕຳແໜ່ງນາຍົກລັດຖະມົນຕີ ອາຍຸການ 2026 – 2031. ພາຍຫຼັງພິທີສາບານຕົວ ແລະ ກ່າວຄຳເຫັນຮັບດຳລົງຕຳແໜ໋ງຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ, ມີນັກຊ່ຽວຊານຫຼາຍຄົນໄດ້ວາງຄາດໝາຍຕໍ່ທ່ານນາຍົກລັດຖະມົນຕີຄົນໃໝ່.
ຕາມທ່ານຮອງສາດສະດາຈານ, ປ.ອ ຫງວຽນຮົ່ງຫ໋າຍ, ອາຈານມະຫາວິທະຍາໄລ Vin (University of VinUni) ແລ້ວ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເປັນຜູ້ເຄີຍດຳລົງຫຼາຍຕຳແໜ່ງທີ່ມີຈິນຕະນາການປ່ຽນແປງໃໝ່, ແບບແຜນການເຮັດວຽກທີ່ມີວິທະຍາສາດ, ຂ້ຽວຂາດ. ທ່ານຢັ້ງຢືນວ່າ ທ່ານເລມິງຮຶງ ເໝາະສົມທີ່ສຸດໃນບົດບາດເປັນຜູ້ນຳລັດຖະບານໃນສະພາບການປະເທດຊາດພວມກ້າວເຂົ້າສູ່ສັງກາດໃໝ່:
ຕຳແໜ່ງນາຍົກລັດຖະມົນຕີແມ່ນເໝາະສົມກັບສະພາບການປັດຈຸບັນທີ່ສຸດ, ເມື່ອຫວຽດນາມ ວາງອອກສອງເປົ້າໝາຍ 100 ປີ, ບັນຫາການເຕີບໂຕເສດຖະກິດ, ການປັບປຸງລະບອບລະບຽບການ. ພິເສດ, ເໝາະສົມກັບການຜັນຂະຫຍາຍປະຕິບັດ3 ບາດກ້າວບຸກທະລຸຍຸດທະສາດເຊິ່ງກອງປະຊຸມໃຫຍ່ຂອງພັກຄັ້ງທີ XIII ແລະ XIV ວາງອອກ. ຍ້ອນເຫດນັ້ນ, ນາຍົກລັດຖະມົນຕີຄົນໃໝ່, ທັງມີຄວາມຮູ້ດ້ານເສດຖະກິດ ທັງປະຕິບັດວຽກງານຈັດຕັ້ງ, ສ້າງເງື່ອນໄຂເພື່ອໃຫ້ເພິ່ນສືບຕໍ່ປະຕິບັດວຽກງານປັບປຸງໃຫ້ເປັນຢ່າງດີກ່ວາ, ຊຸກຍູ້ການຜັນຂະຫຍາຍບັນດາບາດກ້າວບຸກທະລຸກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ.
