ເນື່ອງໃນໂອກາດ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຮັບ​​ການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ, ທ່ານ ເລມິນຮຶງ ໄດ້​​ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດ, ການນຳ ລາວ ໄດ້ສົ່ງໂທລະເລກ, ົດໝາຍ ແລະ ສານອວຍພອນເຖິງບັນດາການນຳ ຫວຽດນາມ.

ທ່ານ ທອງລຸນ ສີສຸລິ, ເລຂາທິການໃຫຍ່, ປະທານປະເທດ ລາວ ເຊື່ອໝັ້ນວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະພ້ອມກັບບັນດາສະຫາຍການນຳພັກ, ລັດ ຫວຽດນາມ ສືບຕໍ່ນຳພາປະເທດຊາດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຍາດໄດ້ບັນດາຜົນງານໃໝ່ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ໃຫຍ່ຫຼວງກວ່າ, ປະຕິບັດສຳເລັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ​, ຍຸຕິທຳ ແລະ ສີວິໄລ.

ທ່ານ ທອງລຸນ ສີສຸລິດ ຢືນຢັນວ່າ ພ້ອມແລ້ວທີ່ຈະຮຽງບ່າຮຽງໄຫຼ່ກັບ ສະຫາຍ ໂຕເລິມ ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໃຫ້ນັບມື້ນັບພັດທະນາ.