ວັນທີ 7 ເມສາ, ວັນເພື່ອສຸຂະພາບໂລກ ແລະ ກໍ່ແມ່ນວັນເພື່ອສຸຂະພາບທົ່ວປວງຊົນຂອງ ຫວຽດນາມ. ປີນີ້, ເປັນຄັ້ງທຳອິດ ວັນເພື່ອສຸຂະພາບທົ່ວປວງຊົນ ໂດຍກະຊວງສາທາລະນະສຸກປຸກລະດົມຜົນຂະຫຍາຍດ້ວຍຫົວຂໍ້ “ເປັນເຈົ້າການປ້ອງກັນຕ້ານພະຍາດ - ເພື່ອຫວຽດນາມເຂັ້ມແຂງ”. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວທີ່ມີລັກສະນຂະບວນການເທົ່ານັ້ນຫາກຍັງແມ່ນການກຳນົດທິດຍຸດທະສາດປ່ຽນແປງຢ່າງແຮງຈາກຈິນຕະນາການປິ່ນປົວພະຍາດມາເປັນການປ້ອງກັນ, ຕ້ານພະຍາດ, ຖືເປັນສຳຄັນ, ພື້ນຖານ, ຍາວນານ, ຖືສຸຂະພາບຂອງປະຊາຊົນເປັນໃຈກາງຂອງທຸກນະໂຍບາຍພັດທະນາຂອງປະເທດ. ທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ ຊີ້ແຈ້ງວ່າ:
ດ້ວຍການດຳລົງຊີວິດທີ່ຫຍຸ້ງຍາກລຳບາກ, ມີຄວາມກົດດັນຫຼາຍ ພວກເຮົາແຕ່ລະຄົນຈົ່ງສະຫງວນເວລາເອົາໃຈໃສ່ຫຼາຍກ່ວາອີກຕໍ່ການເບິ່ງແຍງດູແລ, ປົກປັກຮັກສາສຸຂະພາບ ຂອງຕົນ. ປະກອບຄວາມຮູ້ເປັນເຈົ້າການໃນການປ້ອງກັນຕ້ານພະຍາດ. ຖືການຝືກຝົນຫຼໍ່ຫຼອມຮ່າງກາຍ, ຫຼິ້ນກິລາອອກກຳລັງກາຍເປັນປະຈຳ ແມ່ນຄວາມຕ້ອງການຂອງຕົນ, ຄວາມລຶ້ງເຄີຍປະຈຳວັນ. ຮ່າງກາຍເຂັ້ມແຂງແມ່ນກຳລັງປ້ອງກັນຢ່າງໝັ້ນແກ່ນຕໍ່ທຸກພະຍາດ.
ວັນທີ 7 ເມສາປະຈຳປີ, ກໍຄົບຮອບ 26 ປີແຫ່ງວັນນາຍົກລັດຖະມົນຕີ ລົງນາມຂໍ້ຕົກລົງເລືອກເອົາແມ່ນ “ວັນທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ” (7/4/2000 – 7/4/2026). ນີ້ໄດ້ຮັບຖືວ່າແມ່ນຂະບວນການມີບົດບາດສຳຄັນໃນການເບິ່ງແຍງດູແລ ແລະ ປົກປ້ອງສຸຂະພາບປະຊາຄົມ. ໂດຍຕອບສະໜອງເຫດການນີ້, ມີຫຼາຍແຂວງ, ນະຄອນ ໄດ້ຈັດພິທີປຸກລະດົມການຕອບສະໜອງ “ວັນທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ” ແລະ ບັນດາເຫດການທີ່ມີຄວາມໝາຍອື່ນໆ.
