ທ່ານນາງ ຄຳເພົາ ເອີນທະວັນ ຢັ້ງຢືນວ່າ ການຢ້ຽມຢາມ ຈະສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ໃນລະດັບສູງສຸດລະຫວ່າງສອງພັກ, ສອງລັດ ໂດຍຜ່ານການເພີ່ມທະວີການແລກປ່ຽນຍຸດທະສາດ, ເປັນເອກະພາບສະຕິຄວາມຮັບຮູ້ ແລະ ການກະທຳໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຂອງແຕ່ລະຝ່າຍ. ພ້ອມດຽວກັນນັ້ນ, ການຢ້ຽມຢາມກໍ່ໄດ້ສ້າງກຳລັງໜູນໃໝ່ເພື່ອຍົກສູງຄຸນນະພາບການຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງເຊັ່ນ: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ສົມທົບກັບການພົວພັນຕ່າງປະເທດ.
ທ່ານນາງ ຄຳເພົາ ເອີນທະວັນ ກໍຫວັງວ່າ ສອງຝ່າຍຈະບັນລຸໄດ້ຄວາມເປັນເອກະພາບສູງກ່ຽວກັບບັນດາການກຳນົດທິດໃຫຍ່ ເພື່ອແນໃສ່ຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ເປັນລະອຽດ, ໃນນັ້ນ ສຸມໃສ່ການຍູ້ແຮງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດຕາມທິດຊ່ວຍຊູກັນ, ພ້ອມກັນພັດທະນາ, ຊຸກຍູ້ບັນດາໂຄງການຈຸດສຸມກ່ຽວກັບພື້ນຖານໂຄງລ່າງ, ພະລັງງານ, ການຄ້າ - ການລົງທຶນ,… ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ກໍເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງສູງ, ພ້ອມກັບມູນເຊື້ອຜູກກັນອັນໜຽວແໜ້ນ, ບໍລິສຸດຜຸດຜ່ອງ, ສາຍພົວພັນມິດຕະພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ - ຫວຽດນາມ ຈະສືບຕໍ່ພັດທະນາຢ່າງແຂງແຮງ.
