ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ ນະຄອນ Rio de Janeiro (ພາບ: ANI/TTXVN)

ໃນຄຳກ່າວປາໄສຢູ່ວາລະປະຊຸມສຸດທ້າຍຂອງກອງປະຊຸມສຸດຍອດ G20 ຢູ່ ນະຄອນ Rio de Janeiro, ທ່ານ ປະທານາທິບໍດີ ບຣາຊີນ Lula da Silva ຢືນຢັນວ່າ: ບຣາຊິນ ໄດ້ມານະພະຍາຍາມສຳເລັດບົດບາດປະທານ G20 ດ້ວຍບັນດາໝາກຜົນລະອຽດ ໃນນັ້ນ ມີເລື່ອງສ້າງຕັ້ງສຳພັນທະມິດທົ່ວໂລກກ່ຽວກັບການຕ້ານໄພອຶດຫິວທຸກຍາກ ແລະ ເປັນຄັ້ງທຳອິດ ມີຂໍ້ລິເລີ່ມພິຈາລະນາການຈັດວາງການເສຍອາກອນສຳລັບຜູ້ຮັ່ງມີ. ທ່ານ ເນັ້ນຫນັກວ່າ ບຣາຊິນ ໄດ້ນຳບັນຫາການປ່ຽນແປງຂອງດິນຟ້າອາກາດເຂົ້າໃນໂຄງການດຳເນີນງານ ດ້ວຍຄຳໝັ້ນສັນຍາເພີ່ມຂຶ້ນທົບສາມເທົ່າກຳລັງການຜະລິດພະລັງງານທົດແທນທົ່ວໂລກໃນປີ 2030 ແລະ ໃຫ້ສັດຕະຍາບັນເອກະສານຫລາຍຝ່າຍສະບັບທຳອິດກ່ຽວກັບເສດຖະກິດຊີວະສາດ.

ອາຟຼິກາ ໃຕ້ ຈະຮັບດຳລົງຕຳແຫນ່ງເປັນປະທານ G20 ໃນປີຫນ້າ. ນີ້ເປັນຄັ້ງທຳອິດ ປະເທດຫນຶ່ງຢູ່ ອາຟຼິກາ ຮັບບົດບາດນີ້. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານປະທານາທິບໍດີ ອາຟຼິກາ ໃຕ້ Cyril Ramaphosa ຢັ້ງຢືນ ຈະຍາດແຍ່ງກາລະໂອກາດນີ້ເພື່ອນຳບັນດາການໃຫ້ບຸລິມະສິດພັດທະນາຂອງ ອາຟຼິກາ ແລະ ຊີກໂລກໃຕ້ເຂົ້າໃນໂຄງການດຳເນີນງານ.