ມີ 32 ໂຄງການດີເດັ່ນທີ່ສຸດໄດ້ຮັບການຄັດເລືອກເຂົ້າຮອບຊິງຊະນະເລີດ (ພາບ: dangcongsan.vn) |
ການເສັງໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ປຸກລະດົມແຕ່ເດືອນ ມີນາ 2024, ໄດ້ດຶງດູດມີ 461 ໂຄງການ ມາຈາກ 63 ແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມ, ໃນນັ້ນ ມີ 84 ໂຄງການຂອງຊາວໜຸ່ມ 20 ຊົນເຜົ່າສ່ວນໜ້ອຍ. ພາຍຫຼັງຮອບຊິງຮອງຊະນະເລີດ ໄດ້ດຳເນີນແບບທາງໄກໃນເດືອນ ກັນຍາ 2024, ມີ 32 ໂຄງການດີເດັ່ນທີ່ສຸດໄດ້ຮັບການຄັດເລືອກເຂົ້າຮອບຊິງຊະນະເລີດ.
ບັນດາໂຄງການທີ່ໄດ້ເຂົ້າຮອບຊິງຊະນະເລີດປີນີ້ ແມ່ນມີຄວາມຫຼາກຫຼາຍກ່ຽວຂົງເຂດ, ຈາກຂົງເຂດກະສິກຳອັດສະລິຍະ, ການຜະລິດປອດສານພິດ ຕະຫຼອດຮອດບັນດາຮູບແບບເສດຖະກິດໝູນວຽນ. ມີຫຼາຍແນວຄວາມຄິດ ບໍ່ພຽງແຕ່ມີລັກສະນະບຸກທະລຸເທົ່ານັ້ນ ຫາກຍັງມີຄວາມສາມາດໝູນໃຊ້ເຂົ້າໃນຊີວິດຕົວຈິງໄດ້ເປັນຢ່າງສູງ, ຕອບສະໜອງຄວາມຕ້ອງການພັດທະນາຂອງຂະແໜງກະສິກຳ.
ຜົນຂອງການເສັງດັ່ງກ່າວຈະໄດ້ປະກາດໃນພິທີມອບລາງວັນ ເລືອງດິ່ງກົວ ຄັ້ງທີ XIX, ປີ 2024 ເຊິ່ງຈະດຳເນີນໃນຕອນເຊົ້າວັນທີ 29 ພະຈິກ ຢູ່ແຂວງ ຖາຍບິ່ງ. ສຳລັບໂຄງການໃດທີ່ຕອບສະໜອງເງື່ອນໄຂໄດ້ຢ່າງຄົບຖ້ວນນັ້ນ ຈະມີໂອກາດໄດ້ກູ້ຢຶມທຶນຈາກ ກອງທຶນວຽກເຮັດງານທຳແຫ່ງຊາດ ດ້ວຍລະດັບສູງສຸດແມ່ນ 1 ຕື້ດົ່ງ.

