ເວທີປາໄສປະຊາຄົມອັດສະລິຍະໂລກ (ພາບ: TTXVN) |
ເປັນອັນວ່າ, ພາຍຫຼັງທີ່ໄດ້ນອນໃນ TOP 21 4 ເທື່ອຢ່າງລຽນຕິດ, ນີ້ແມ່ນຄັ້ງທີສອງ ທີ່ເຂດອັດສະລິຍະແຂວງ ບິ່ງເຢືອງ ໄດ້ຈັດຖືກເຂົ້າ TOP 7.
ເພື່ອໃຫ້ໄດ້ມີຊື່ນອນໃນ TOP 7, ກ່ອນອື່ນໝົດ ເຂດນັ້ນຕ້ອງຕອບສະໜອງໄດ້ຕາມມາດຖານຂອງ TOP 21. ເງື່ອນໄຂລະອຽດແມ່ນພື້ນຖານການເຊື່ອມຕໍ່ອິນເຕີແນັດ, ແຫຼ່ງຊັບພະຍາກອນມະນຸດມີສະຕິປັນຍາ, ປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາແບບຍືນຍົງ, ມີຄວາມຍຸຕິທຳດ້ານເຕັກໂນໂລຢີດີຈີຕອນ ແລະ ຄຳໝັ້ນສັນຍາເປັນຈິດໜຶ່ງໃຈດຽວກັນຂອງທັງປະຊາຄົມ.
ເຫດການເຊີດຊູ TOP 7 ປະຊາຄົມອັດສະລິຍະໂລກ ປີ 2022 ແມ່ນໂອກາດເພື່ອໃຫ້ອົງການຕ່າງໆຢູ່ ບິ່ງເຢືອງເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ, ກຳໄດ້ສະພາບການພັດທະນາລວມກ່ຽວກັບນະຄອນອັດສະລິຍະຂອງແຂວງບິ່ງເຢືອງ ກໍຄືຂອງປະຊາຄົມອື່ນໃນໂລກ ເພື່ອໄປທັນກັບທ່າອ່ຽງພັດທະນາຂອງໂລກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
