ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ (ພາບ: TTXVN)

ຕາມສະຖາບັນ Kiel ແລ້ວ, ເອີຣົບ ໄດ້ຈ່າຍປະມານ 125 ຕື້ USD ເພື່ອໜູນຊ່ວຍ ຢູແກຼນ, ໃນຂະນະທີ່ສະເພາະ ອາເມລິກາ ໄດ້ເບີກຈ່າຍກວ່າ 90 ຕື້ USD ນັບແຕ່ເມື່ອ ລັດເຊຍ - ຢູແກຼນ ເກີດການປະທະກັນ ໃນເດືອນ ກຸມພາ 2022. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ຜູ້ຫາກໍ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ໄດ້ສະແດງຄວາມວິຕົກກັງວົນເປັນຫຼາຍຄັ້ງກ່ຽວກັບບ້ວງເງິນຊ່ວຍເຫຼືອອັນມະຫາສານຂອງ ອາເມລິກາ ທີ່ສະຫງວນໃຫ້ແກ່ ຢູແກຼນ ໃນປັດຈຸບັນ ແລະ ຮຽກຮ້ອງບັນດາປະເທດ EU ຕ້ອງປະຕິບັດຫຼາຍກວ່າອີກ.

ກ່ອນໜ້ານັ້ນ, ທ່ານນາງ Kallas ຖະແຫຼງວ່າ ຈະພະຍາຍາມເກ້ຍກອມ ທ່ານ Trump ວ່າ ເລື່ອງສະໜັບສະໜູນ Kiev ແມ່ນເພື່ອຜົນປະໂຫຍດຂອງ ວໍຊິງຕັນ. ທ່ານເນັ້ນໜັກວ່າ EU ຈະສືບຕໍ່ຊອກຫາວິທີນຳ ຢູແກຼນ ເຂົ້າທີ່ຕັ້ງ “ເຂັ້ມແຂງທີ່ສຸດ”, ເມື່ອ ຢູແກຼນ ຕັດສິນໃຈວ່າ ໄດ້ຮອດຈຸດເວລາແລ້ວທີ່ຕ້ອງເຈລະຈາກັບ ລັດເຊຍ, ແຕ່ກໍຍອມຮັບວ່າ ກຸ່ມນີ້ພວມນັບມື້ນັບປະສົບກັບຄວາມຫຍຸ້ງຍາກໃນການເປັນເອກະພາບກ່ຽວກັບບັນດາແບບວິທີການໃໝ່ເພື່ອເພີ່ມທະວີການໜູນຊ່ວຍ ຢູແກຼນ.