ນັກຮົບ ຫວຽດນາມ (ພາບ: VOV) |
ຕອນຄ່ຳວັນທີ 3 ພຶດສະພາ, ຢູ່ສະໜາມຫຼວງ ແດງ, ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ຄະນະກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການສ້ອມເດີນສວນສະໜາມກະກຽມໃຫ້ແກ່ພິທີສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງວັນຍາດໄດ້ໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9/5/1945 – 9/5/2025).
ຢູ່ການຊ້ອມຜ່ານ, ບັນດານັກຮົບຂອງຄະນະກອງທັບ ຫວຽດນາມ ໄດ້ມີໜ້າພ້ອມກັບຄະນະກອງທັບຂອງ 19 ປະເທດ ໂດຍຝ່າຍລັດເຊຍເຊື້ອເຊີນເຂົ້າຮ່ວມ ພິທີສວນສະໜາມໃນວັນທີ 9 ພຶດສະພາຈະມາເຖິງ. ຕາມລຳດັບ, ຄະນະຫວຽດນາມ ຈະສວນສະໜາມຢູ່ອັນດັບທິ 8 ໃນກຸ່ມກຳລັງສາກົນ. ຖັດຈາກນັ້ນແມ່ນຄະນະຈີນ, ລາວ ແລະ ມຽນມາ. ຢູ່ການຊ້ອມ, ການສະແດງ ເຄື່ອງບໍລິພັນ, ອາວຸດຂອງ ລັດເຊຍ ໄດ້ດຶງດູດຄວາມສົນໃຈ, ສ້າງຄວາມປະທັບໃຈຢ່າງແຮງຂອງຄະນະບັນດາປະເທດເຂົ້າຮ່ວມ ແລະ ບັນດາຜູູ້ຄົນເຂົ້າຮ່ວມການຊ້ອມ.

