(ພາບປະກອບ: VOV)

ທ່ານ Tim Leelahaphan, ນັກຊ່ຽວຊານຮັບຜິດຊອບດ້ານເສດຖະກິດຂອງ ໄທ ແລະ ຫວຽດນາມ, ທະນາຄານ Standard Chartered ໃຫ້ຮູ້ວ່າ ແງ່ຫວັງການເຕີບໂຕຂອງເສດຖະກິດ ຫວຽດນາມ ໃນໄລຍະກາງ ແມ່ນຍັງຄົງເຕັມໄປດ້ວຍຄວາມໝັ້ນໝາຍ. ຕາມນັກຊ່ຽວຊານທ່ານນີ້ແລ້ວ, ລາຍຮັບຈາກການຂາຍຍ່ອຍ ແລະ ການຜະລິດອຸດສາຫະກຳ ຫວຽດນາມ ຍັງຮັກສາທ່າແຮງໄດ້ເປັນຢ່າງດີ ໂດຍບໍ່ຫົວຊາຕໍ່ການດັດປັບຫວ່າງມໍ່ໆມານີ້ ແລະ ການນຳເຂົ້າສົ່ງອອກເລີ່ມມີການຟື້ນຟູ.

ທະນາຄານ HSBC ກໍມີຂໍ້ສັງເກດເຊັ່ນດຽວກັນວ່າ ຫວຽດນາມ ພວມຟື້ນຟູຖືກຕາມຄວາມຄືບໜ້າ, ມີຄວາມສາມາດປະຕິບັດລະດັບການເຕີບໂຕໄດ້ 6% ຄືນໃນປີນີ້. ເມື່ອບັນດາກະແສງເງິນລົງທຶນ FDI ສືບຕໍ່ເພີ່ມຂຶ້ນ, ກຳລັງຄວາມສາມາດໃນການຜະລິດ, ຂົງເຂດຜະລິດຂອງ ຫວຽດນາມ ຈະມີສັນຍານຟື້ນຟູ, ນຳມາເຊິ່ງກາລະໂອກາດໃໝ່ໃຫ້ແກ່ຂົງເຂດສົ່ງອອກ.