ແຂກທ່ອງທ່ຽວສາກົນ ເຊື່ອມຕົວກັບບັນຍາກາດຂອງວັນບຸນ ຢູ່ນະຄອນ ໂຮ່ຈີມິນ (ພາບ: VOV) |
ຕອນຄ່ຳວັນທີ 30 ເມສາ, ມີປະຊາຊົນ ແລະ ແຂກທ່ອງທ່ຽວນັບພັນຄົນໄດ້ໄປຍັງເຂດໃຈກາງນະຄອນໂຮ່ຈີມິນ ເພື່ອເຊື່ອມຕົວເຂົ້າກັບບັນຍາກາດຟົດຟຶ້ນຂອງວັນບຸນສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2025).
ຖະໜົນຍ່າງ ຫງວຽນເຫ້ວ ໄດ້ກາຍເປັນຈຸດສຸມຂອງຕອນຄ່ຳວັນບຸນ ດ້ວຍຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນຄື: ບັນດາລາຍການສະແດງສິລະປະວົງຄະນະຍາດ, ການສະແດງດົນຕີປະສານສຽງ ແລະ ການສະແດງ 3D Mapping. ມີນັກສິລະປິນ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນນັບຮ້ອຍຄົນໄດ້ພ້ອມກັນສະແດງບັນດາລາຍການຟ້ອນລວມໝູ່ ທີ່ເຕັມໄປດ້ວຍສີສັນເຂດພາກໃຕ້.
ຢູ່ຖະໜົນຍ່າງ ຫງວຽນເຫ້ວ, ເຂດສວນສາທາລະນະ ແບັກດັ່ງ ແລະ ຢູ່ແຄມແມ່ນ້ຳ ໄຊງອ່ນ ຍັງມີບັນດາການເຄື່ອນໄຫວວັດທະນະທຳສິລະປະທີ່ອຸດົມສົມບູນ. ເອື້ອຍ ເຈິ່ນທິຖຸຍ, ຊາວນະຄອນ ໂຮ່ຈີມິນ ແບ່ງປັນວ່າ:
ມາແຫ່ງນີ້, ຂ້າພະເຈົ້າຮູ້ສຶກວ່າ ທຸກໆຄົນປະຕິຊົມຊືນຫຼາຍ ແລະ ຂ້າພະເຈົ້າຮູ້ສຶກມີຄວາມຜາສຸກຍ້ອນວ່າ ຕົນເອງພວມດຳລົງຊີວິດໃນປະເທດມີສັນຕິພາບ. ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍ ທີ່ໄດ້ເສຍສະຫຼະຊີວິດເພື່ອໃຫ້ພວກເຮົາມີວັນເອກະລາດຄືໃນທຸກວັນນີ້ ເມື່ອມາແຫ່ງນີ້, ຂ້າພະເຈົ້າຈຶ່ງຮູ້ສຶກໄດ້ວ່າ ເອກະລາດ ແມ່ນສິ່ງລ້ຳຄ່າທີ່ສຸດ.

