ທ່ານ Pavlin Todorov, ເອກອັກຄະລັດຖະທູດ ບຸນກາຣີ ປະຈຳ ຫວຽດນາມ(ພາບປະກອບ: quochoi.vn)
|
ໂດຍຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ວັນທີ 24 ພະຈິກ, ທ່ານປະທານາທິບໍດີ ບຸນກາຣີ Rumen Radev ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຕາມທ່ານ Pavlin Todorov, ເອກອັກຄະລັດຖະທູດ ບຸນກາຣີ ປະຈຳ ຫວຽດນາມ ແລ້ວ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານປະທານາທິບໍດີ ບຸນກາຣີ Rumen Radev, ດຳເນີນໄປກ່ອນທີ່ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ບຸນກາຣີ (1950 2025), ສະນັ້ນ, ສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາຂອງ ບຸນກາຣີ ໃນການເພີ່ມທະວີ ແລະ ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ. ທ່ານຢືນຢັນວ່າ, ບຸນກາຣີ ຖືເປັນສຳຄັນການເຈລະຈາດ້ານການເມືອງຂັ້ນສູງກັບ ຫວຽດນາມ, ຖືນີ້ຄືດັ່ງພາຫະນະເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃນທຸກຂົງເຂດທີ່ 2 ປະເທດຕ່າງມີຄວາມສົນໃຈ.
ຄາດວ່າ, ມີຂໍ້ຕົກລົງຈຳນວນໜຶ່ງຈະໄດ້ລົງນາມໃນການຢ້ຽມຢາມ, ລວມມີ: ຖະແຫຼງການຮ່ວມ, ບັນດາຂໍ້ຕົກລົງໃນຂົງເຂດການສຶກສາ, ລົງທຶນ ແລະ ການຄ້າ… ບັນດາຂໍ້ຕົກລົງດັ່ງກ່າວຈະສ້າງກຳລັງໜູນຢ່າງແຮງໃຫ້ແກ່ການຮ່ວມມື 2 ຝ່າຍໃນບັນດາຂົງເຂດທຽບເທົ່າ.

