(ງານບຸນຕ້ອນຮັບ, ຈັດວາງ, ໄຫວ້ບູຊາສາລິພະພຸດທະເຈົ້າແຫ່ງຊາດ ອິນເດຍ ຢູ່ນະຄອນ ດ່ານັ້ງ) |
ແຕ່ວັນທີ 30 ພຶດສະພາ ຮອດວັນທີ 02 ມິຖຸນາ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ຈັດງານບຸນຕ້ອນຮັບ, ຈັດວາງ, ໄຫວ້ບູຊາສາລິພະພຸດທະເຈົ້າແຫ່ງຊາດ ອິນເດຍ ຢູ່ນະຄອນ ດ່ານັ້ງ. ເຫດການພິເສດດັ່ງກ່າວໄດ້ດຶງດູດພະສົງສຳມະເນນ, ພຸດທະສາສະນິກະຊົນ, ພ້ອມກັບແຂກທ່ອງທ່ຽວມາຈາກທຸກສາລະທິດເປັນຈຳນວນຫຼາຍເຂົ້າຮ່ວມໄຫວ້ບູຊາ.
ພະອາຈານ ທິກຕືງຽມ, ຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:
“ນີ້ແມ່ນເຫດການມີຄວາມໝາຍຢ່າງໃຫຍ່ຫຼວງ. ແຕ່ນັບພັນປີ, ສາລິພະພຸດທະເຈົ້າຂອງອົງໄດ້ໄປທົ່ວໂລກ, ຫວຽດນາມ ເປັນກຽດຕ້ອນຮັບຈາກພາກໃຕ້, ພາກເໜືອ ຕະຫຼອດຮອດພາກກາງ. ນະຄອນ ດ່ານັ້ງ ເປັນກຽດໄດ້ຮັບບຸນຄຸນໃຫຍ່ຄືແນວນີ້”.

