ກອງປະຊຸມດ້ວຍການເຂົ້າຮ່ວມຂອງການນຳ 10 ປະເທດສະມາຊິກ ແລະ ການນຳ 16 ທ່ານທີ່ມາຈາກບັນດາປະເທດຄູ່ເຈລະຈາ
(ພາບ: China Daily via REUTERS)

ກອງປະຊຸມຄັ້ງທີ 25 ສະພາປະມຸກລັດອົງການຮ່ວມມື ຊຽງໄຮ້ (SCO) 2025 ພວມດຳເນີນໄປຢູ່ນະຄອນທ່າກຳປັ່ນ ທຽນຈີນ, ປະເທດ ຈີນ, ດ້ວຍການເຂົ້າຮ່ວມຂອງການນຳ 10 ປະເທດສະມາຊິກ ແລະ ການນຳ 16 ທ່ານທີ່ມາຈາກບັນດາປະເທດຄູ່ເຈລະຈາ.

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມໃນວັນທີ 01 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຂອງໂລກໃໝ່ຢ່າງຍຸຕິທຳ ແລະ ສົມເຫດສົມຜົນກວ່າ, ອີງໃສ່ຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເຄົາລົບເຊິ່ງກັນ ແລະກັນ. ທ່ານເນັ້ນໜັກວ່າ, SCO ຕ້ອງກາຍເປັນ “ປາພະຄານການຮ່ວມມື” ລະຫວ່າງບັນດາການຜັນແປທົ່ວໂລກ, ຄັດຄ້ານແນວຄິດສົງຄາມເຢັນ, ການສູ້ຢັນກັນລະຫວ່າງພັກຝ່າຍ ແລະ ການກະທຳຂົ່ມເຫັງ.

ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ, ການເຂົ້າຮ່ວມຂອງປະມຸກລັດຫຼາຍທ່ານທີ່ກອງປະຊຸມສຸດຍອດ SCO 2025 ຊີ້ໃຫ້ເຫັນວ່າ ອົງການນີ້ພວມນັບມື້ນັບກາຍເປັນເວທີປາໄສສຳຄັນ, ສ່ອງແສງທ່າອ່ຽງຫຼາຍຂົ້ວຂອງການພົວພັນສາກົນ.